ເພີ່ມທະວີສຶກສາອົບຮົມໃຫ້ຄົນຮຸ່ນໜຸ່ມຮັບຮູ້ເລິກເຊິ່ງ
ລັກສະນະກົດເກນຂອງຄວາມສາມັກຄີພິເສດລາວ-ຫວຽດນາມ
ທ່ານ ດຣ. ທອງລຸນ ສີສຸລິດ,
ກຳມະການກົມການເມືອງສູນກາງພັກ,
ຫົວໜ້າຄະນະພົວພັນສູນກາງພັກ,
ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ໃຫ້ກຽດເຂົ້າຮ່ວມ
ແລະ ໂອ້ລົມຕໍ່ກອງປະຊຸມຄົບຄະນະບໍລິຫານງານສະມາຄົມ
ມິດຕະພາບລາວ-ຫວຽດນາມທົ່ວປະເທດ
ຄັ້ງທີ່
I
ຊຶ່ງຈັດຂຶ້ນເມື່ອວັນທີ
6
ສິງຫາ
2008,
ທີ່ນະຄອນຫລວງວຽງຈັນ ໂດຍໄດ້ຕີລາຄາສູງຜົນການເຄື່ອນໄຫວອັນໃຫຍ່ຫລວງ
ແລະ ມີຄວາມໝາຍສຳຄັນທີ່ຄະນະບໍລິຫານງານຂອງສະມາຄົມນັບແຕ່
ຂັ້ນສູນກາງ ແລະ ທ້ອງຖິ່ນຍາດມາໄດ້ໃນຊຸມປີຜ່ານມາ,
ພ້ອມທັງໄດ້ແນະນຳບາງບັນຫາທີ່ສຳຄັນເພື່ອເພີ່ມທະວີສຶກສາອົບຮົມໃຫ້
ພະນັກງານ,
ນັກຮົບ ແລະ ປະຊາຊົນບັນດາເຜົ່າ ເປັນຕົ້ນແມ່ນຄົນຮຸ່ນໜຸ່ມຂອງສອງປະເທດໄດ້ຮັບຮູ້ເອົາໃຈໃສ່ເລິກເຊິ່ງກ່ຽວກັບ
ຄວາມສຳຄັນເປັນຕາຍ
ກ່ຽວກັບລັກສະນະກົດເກນຂອງຄວາມສາມັກຄີພິເສດດັ່ງກ່າວ.
ທ່ານ ດຣ.ທອງລຸນ ສີສຸລິດ,
ຮອງນາຍົກລັດຖະມົນຕີ
ໄດ້ກ່າວເນັ້ນເຖິງປະຫວັດສາດແຫ່ງສາຍພົວພັນມິດຕະພາບ
ລາວ-ຫວຽດນາມ
ໃນສັດຕະວັດທີ່ຜ່ານມາບໍ່ພຽງແຕ່ປ່ຽມລົ້ນໄປດ້ວຍລັດທິວິລະຊົນອັນສູງສົງ
ແລະ ຄວາມອາດຫານເທົ່ານັ້ນແຕ່ຫາກຍັງສະແດງໃຫ້ເຫັນ
ເຖິງຄວາມບໍລິສຸດຜຸດຜ່ອງ,
ສະເໝີຕົ້ນສະເໝີປາຍ ແລະ ສິ່ງທີ່ຫາຍາກໃນການພົວພັນສາກົນຂອງຄວາມສາມັກຄີພິເສດລາວ-ຫວຽດນາມ.
ແຕ່ໃນເງື່ອນໄຂໃໝ່,
ຄວາມສາມັກຄີພິເສດຮອບດ້ານດັ່ງກ່າວຍິ່ງຈະໄດ້ຮັບຄວາມເພີ່ມພູນຄູນສ້າງໃຫ້ຂະຫຍາຍຕົວກວ້າງ
ຂວາງຍິ່ງຂຶ້ນ. ເຖິງວ່າສະພາບການຈະຜັນແປໄປແນວໄດ້ກໍ່ຕາມ,
ພວກເຮົາຕ້ອງເຮັດສຸດຄວາມສາມາດຂອງຕົນເພື່ອຮ່ວມກັບພັກ-ລັດ
ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອນີ້ໃຫ້ເປັນມໍລະດົກອັນລ້ຳຄ່າແກ່ຄົນ
ລຸ້ນຕໍ່ໆໄປ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ແນະນຳສະມາຄົມມິຕະພາບລາວ-ຫວຽດນາມທຸກຂັ້ນຊຶ່ງເປັນອົງການຈັດຕັ້ງມະຫາຊົນພາຍໃຕ້ການຊີ້ນຳ
ຂອງພັກຕ້ອງໄດ້ຕັ້ງໜ້າເຮັດຫລ້ອນໜ້າທີ່ການເມືອງຂອງຕົນ
ຊຶ່ງໃນ ປີ
2008-09
ຕ້ອງສືບຕໍ່ປັບປຸງກົງຈັກການຈັດຕັ້ງ,
ລະບົບ
ການພົວພັນວຽກງານຂອງສະມາຄົມທຸກຂັ້ນໃຫ້ຄ່ອງຕົວ ແລະ
ມີຄຸນນະພາບກວ່າເກົ່າ. ເອົາໃຈໃສ່ເປັນພິເສດການສຶກສາອົບຮົມ
ຄົນຮຸ່ນໜຸ່ມຂອງບັນດາເຜົ່າ ໃຫ້ມີຄວາມຮັບຮູ້ເຂົ້າໃຈເລິກເຊິງກ່ຽວກັບຄວາມສຳຄັນເປັນຕາຍ,
ລັກສະນະກົດເກັນຂອງຄວາມສາມັກຄີ
ພິເສດ ແລະ ໃຫ້ເຂົາເຈົ້າຖະໜອມຮັກຄວາມສາມັກຄີ ແລະ
ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ຄົງຢູ່ຕະຫລອດໄປ.
ຊຸກຍູ້ທຸກພາກສ່ວນ,
ທຸກຂະແໜງການ ຈົນຮອດທ້ອງຖິ່ນໂດຍສະເພາະບັນດາແຂວງຊາຍແດນຕິດຈອດກັບຫວຽດນາມໃຫ້ເປັນເຈົ້າ
ການຮ່ວມມືກັບສະຫາຍຫວຽດນາມ,
ໃຫ້ມີການພົບປະແລກປ່ຽນຖອດຖອນບົດຮຽນຮ່ວມກັນເປັນປະຈຳ,
ສ້າງກິດຈະກຳຂະບວນການ,
ໂຄງການຮ່ວມກັນ,
ຫັນເອົານ້ຳ ໃຈຄວາມສາມັກຄີພິເສດ ແລະ
ການຮ່ວມມືຮອບດ້ານດັ່ງກ່າວເຂົ້າໃນພຶດຕິກຳຕົວຈິງ.
ການປະຕິບັດໜ້າທີ່ ຂອງສະມາຄົມຈະຕ້ອງໄດ້ເອົາໃຈໃສ່ປຸກລະດົມຂົນຂວາຍໃຫ້ປະຊາຊົນທຸກຊັ້ນຄົນເຂົ້າຮ່ວມນັບແຕ່ອົງການຈັດຕັ້ງ
ຂອງລັດ,
ເອກະຊົນ,
ບໍລິສັດຫ້າງຮ້ານ ເພື່ອໃຫ້ເຂົາເຈົ້າສະໝັກໃຈປະກອບສ່ວນທຶນຮອນວັດຖຸປັດໄຈສ້າງຂະບວນການຂອງສະມາຄົມເພື່ອເຮັດສຳເລັດໜ້າທີ່ການເມືອງຂອງຕົນ.