ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ຜູ້ນຳເຮົາສະແດງຄວາມເຫັນໃຈຕໍ່ຜູ້ນຳອິນເດຍ

ພະນະທ່ນ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ພະນະທ່ານ ແມນໂມຣັນ ຊິງ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດອິນເດຍ ເຊິ່ງມີເນື້ອໃນ ສຳຄັນວ່າ: ພະນະທ່ານ, ຂ້າພະເຈົ້າໄດ້ຊາບຂ່າວວ່າ ໄດ້ເກີດມີໄພນໍ້າຖ້ວມຢ່າງຮ້າຍແຮງຢູ່ ລັດບີຮາ ຂອງອິນເດຍ ອັນໄດ້ສ້າງຄວາມ ເສຍຫາຍ ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນອິນເດຍເປັນຈຳນວນ ຫລວງຫລາຍ. ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າເຊື່ອໝັ້ນວ່າ ລັດຖະບານແຫ່ງສາທາລະນະລັດອິນເດຍ ພາຍໃຕ້ການນຳພາຂອງພະນະທ່ານ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ແລະ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນໃນເຂດທີ່ເສຍ ຫາຍຈາກໄພພິບັດຄັ້ງນີ້ ກັບຄືນສູ່ປົກກະຕິໂດຍໄວ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la