ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ຣາຊາທິບໍ​ດີ ແຫ່ງ ​ມາ​ເລ​ເຊຍສະ​ແດງ​ຄວາມ​ຮູ້​ບຸນຄຸນ​
ຕໍ່​ປະທານ​ປະ​ເທດ​ລາວ

ສົມ​ເດັດ ອານ ວາທີ​ກູ ບິນ​ລາ ຄວນ​ກູ ໄຊ​ນານ ອາ​ບີ​ດິນ ອິມນີ ອານ-ມາຣຶມ ຊຸນ​ຕານ ມາ​ມູນ ອານ-ມຸກ​ຕາ​ຟີ ບິນ​ລາຊາ ຣາຊາ​ທິບໍດີ ແຫ່ງ ມາ​ເລ​ເຊຍ ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ອັນ ​ເລິກ​ເຊິ່ງ ຜ່ານ​ໂທລະ​ເລກ ເຖິງ ພະນະ​ທ່ານ ຈູ​ມມາລີ ໄຊ​ຍະ​ສອນ, ປະທານ​ປະ​ເທດ ​ແຫ່ງ ສາທາ ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ທີ່​ໄດ້ໃຫ້ກຽດ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນຕໍ່ ພະອົງ ​ແລະ ອັກຄະມະ​ເມ​ສີ ໃນ​ໄລຍະ​ຢ້ຽມຢາມ ສປປ ລາວ ແຕ່ວັນທີ 26-28/5/2008.

ໂທລະ​ເລກ​ຂຽນ​ວ່າ: ຄວາມ​ມີ​ສະ​ເໜ່ ແລະ ຄວາມ​ສວຍ​ງາມ ຂອງ ສປປ ລາວ ​ແລະ ມິດຕະພາບ​ອັນ​ອົບ​ອຸ່ນ ທີ່​ພະນະ​ທ່ານ ​ແລະ ປະຊາຊົນລາວ ມີ​ຕໍ່​ພວກຂ້າພະເຈົ້າ ໄດ້​ເຮັດ​ໃຫ້​ພວກ​ ຂ້າພະ​ເຈົ້າ​ມີ​ຄວາມ​ຊົງ​ຈຳ​ອັນ​ມີຊີວິດ​ຊີວາ ​ໃນ​ການ​ຢ້ຽ​ມຢາມ​​ໄລຍະ​ອັນ​ສັ້ນໆຢູ່​ປ​ະ​ເທດ​ຂອງ​ພະນະ​ທ່ານ ການ​ຢ້ຽມຢາມ​ຄັ້ງນີ້ ເປັນ​ໂອກາດ​ໃຫ້​ ພວກ​ຂ້າພະ​ເຈົ້າ ໄດ້​ເຫັນ​ດ້ວຍ​ຕົນ​ເອງ​ເຖິງ​ການ​ພັດທະນາ​ເສດ ຖະກິດ​ ທີ່​ພວມ​ດຳ​ເນີນ ​ແລະ ຄວາມ​ສວຍ​ງາມ​ຂອງ​ຕົວ​ເມືອງ​ຢູ່ ສປປ ລາວ. ພວກ​ຂ້າພະ​ເຈົ້າ​ມີ​ ຄວາມ​ຍິນ​ດີໃນ​ການ​ແລກປ່ຽນ​ ຄຳ​ຄິດ​ເຫັນ​ກັບ​ພະນະ​ທ່ານ ຕໍ່ບັນຫາ​ຕ່າງໆ​ທີ່​ກ່ຽວ​ພັນ​ເຖິງ​ຜົນ​ປະ​ ຫຍ​ດຮ່ວມ​ກັນ​ຂອງ​ປະຊາຊົນ ​ສອງ​ຊາດ​ພວກ​ເຮົາ, ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ: ສາຍ​ພົວພັນ​ລະຫວ່າງ​ ມາ​ເລ​ເຊຍ ​ແລະ ສປປ ລາວ ຈະ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ໃນ​ຊຸມ​ປີຕໍ່ໜ້າ. ພວກ​ຂ້າພະ​ ເຈົ້າ​ກໍ​ຫວັງ​ວ່າ: ຈະ​ໄດ້​ຕອບ​ສະ ໜອງ​ຄືນ ຕໍ່​ການ​ຕ້ອນຮັບ​ດ້ວຍ​ຄວາມ​ຈິງ​ໃຈ ​ແລະ ຄວາມ​ເອົາ​ໃຈ​ ໃສ່​ທີ່​ດີ​ຕໍ່​ພວກ​ຂ້າພະ​ເຈົ້າ​ໃນ ​ໄລຍະຢູ່ຢ້ຽມຢາມ ສປປ ລາວ.

_______________________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la