ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ກອງປະຊຸມພົບປະປຶກສາຫາລືລະຫວ່າງ
ຄະນະຜູ້ແທນຊາຍແດນລາວ ແລະ ກຳປູເຈຍ

ໃນລະຫວ່າງ ວັນທີ 3 ຫາ 5 ມິຖຸນາ 2008,  ທີ່ນະຄອນຫລວງພະນົມເປັນ, ຣາຊະອານາຈັກ ກຳປູເຈຍ ໄດ້ຈັດກອງປະຊຸມພົບປະປຶກສາຫາລືເພື່ອແກ້ໄຂຈຸດຄົງຄ້າງໃນການສຳຫລວດ ແລະ ປັກຫລັກໝາຍຊາຍແດນລາວ- ກຳປູເຈຍ ໂດຍການເປັນປະທານຮ່ວມຂອງພະນະທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ພະນະ ທ່ານ ລົງ ວິຊາໂລ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ  ແລະ  ຮ່ວມມືສາ ກົນ ແຫ່ງຣາຊະອານາຈັກກຳປູເຈຍ.

ການປະຊຸມຄັ້ງນິ້, ສອງຝ່າຍໄດ້ພ້ອມກັນປຶກສາຫາລືດ້ວຍບັນຍາກາດອັນສ້າງສັນ ແລະ ກົງໄປ ກົງມາ ໂດຍຄຳນຶງເຖິງສາຍພົວພັນທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການລະຫວ່າງສອງປະ ເທດ ສາມາດສ້າງຄວາມຄືບໜ້າອີກ ກ້າວໜຶ່ງໃນການແກ້ໄຂຂໍ້ຄົງຄ້າງຮ່ວມກັນລວມ  ທັງການ ມອບໝາຍໃຫ້ ຄະນະວິຊາການເຕັກນິກຂອງສອງຝ່າຍລົງສຳຫລວດດພູມິປະເທດຕົວຈິງຢູ່ບາງບໍລິ ເວນ. ໂດຍຕອບສະໜອງຕາມເຈດຕະນາລົມຂອງການນຳສູງສຸດຂອງທັງສອງປະເທດ ແລະ ປະ ຕິບັດຕາມ 4 ຫລັກການ ໃນການສືບທອດເສັ້ນຊາຍແດນທີ່ເຈົ້າຫົວເມືອງຂຶ້ນປະໄວ້, ນັບແຕ່ປີ 2000 ເປັນຕົ້ນມາ ສອງຝ່າຍສາມາດສຳຫລວດ ແລະ ປັກຫລັກໝາຍຊາຍແດນສຳເລັດຮ່ວມ ກັນປະມານ 86% ໃນຄວາມຍາວເສັ້ນຊາຍແດນທັງໝົດ ປະມານ 535 ກິໂລແມັດ. 

ມາເຖິງປະຈຸບັນ, ລັດຖະບານທັງສອງປະເທດໄດ້ເລັ່ງລັດໃຫ້ສືບຕໍ່ດຳເນີນການແກ້ໄຂຈຸດຄົງຄ້າງ ຮ່ວມກັນໃຫ້ສຳເລັດໂດຍໄວ ແນໃສ່ສ້າງຊາຍແດນລາວ ແລະ ກຳປູເຈຍໃຫ້ເປັນຊາຍແດນ ແຫ່ງ ສັນຕິພາບ, ມິດຕະພາບ  ແລະ  ການຮ່ວມມືຕະຫລອດໄປ.ການກຳນົດເສັ້ນຊາຍແດນລະຫວ່າງ ສອງປະເທດຢ່າງມີໝາກຜົນດີນັ້ນເປັນການປະກອບສ່ວນອັນສຳຄັນໃຫ້ແກ່ການສ້າງສະຖຽນລະ ພາບ  ແລະ  ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ທັງເປັນການເອື້ອອຳນວຍໃຫ້ແກ່ການ ໄປມາຫາສູ່, ການຄ້າ  ແລະ  ການລົງທຶນໃນລະດັບສອງຝ່າຍ  ແລະ  ອະນຸພາກພື້ນອີກດ້ວຍ.

_______________________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la