ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພະນະ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ຕີລາຄາສູງ
ການຮ່ວມມື ລາວ-ສິງກະໂປ

ໃນໂອກາດຢ້ຽມຢາມທາງລັດຖະກິດທີ່ປະເທດສິງກະໂປ, ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບພະນະທ່ານ ເອສ ຈາຢາກຸມມາ, ຮັກສາການ ນາຍົກລັດຖະມົນຕີ ແຫ່ງ ສ. ສິງກະໂປ ເຂົ້າຢ້ຽມຂ່ຳນັບ ໃນວັນທີ 9 ມິຖຸນາ 2008 ຊຶ່ງ ພະນະທ່ານປະທານປະເທດ ໄດ້ສະ​ແດງ​ຄວາມຍິນດີ ທີ່​ໄດ້​ມີ​ໂອກາດ​ມາ​ຢ້ຽມ​ຢາມ ທາງລັດຖະກິດ ທີ່ສິງກະໂປ ເປັນຄັ້ງທຳອິດ ແລະ ຂໍຂອບໃຈ ລັດຖະບານ ແລະ ປະຊາຊົນສິງກະໂປທີ່ໄດ້ອຳ ນວຍຄວາມສະດວກ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການຢ້ຽມຢາມ ສປປ ລາວ ຂອງພະນະທ່ານ ລີ ຊ່ຽນ ລູງ ໃນເດືອນ ມີນາ 2005 ແລະ ການ ຢ້ຽມຢາມ ສິງກະໂປ ຂອງພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນເດືອນມັງກອນ 2007 ໄດ້ເຮັດໃຫ້ສອງປະເທດ ມີການຮ່ວມມື ແລະ ໄປມາຫາສູ່ກັນ ເພີ່ມຂຶ້ນເລື້ອຍໆ. ພະນະທ່ານ ປະທານປະເທດ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ ໃຫ້ການຊ່ວຍເຫລືອດ້ານເຕັກນິກ-ວິຊາການແກ່ຝ່າຍລາວ ລວມທັງ ຊ່ວຍຝຶກອົບຮົມພາສາອັງກິດໃຫ້ແກ່ພະນັກງານຂັ້ນສູງຂອງ ສປປ ລາວ. ພ້ອມທັງຕີລາຄາສູງຕໍ່ ການພົວພັນຮ່ວມມືທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ລະຫວ່າງສອງປະເທດ ຊຶ່ງສະແດງອອກ ໃນການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ໃນທຸກລະດັບລວມທັງປະຊາຊົນຢ່າງຕໍ່ເນື່ອງ.

ພະນະທ່ານປະທານປະເທດ ຍັງສະເໜີໃຫ້ສອງປະເທດ ສປປ. ລາວ-ສ. ສິງກະໂປ ສືບຕໍ່ພົວພັນ ຮ່ວມືກັນຫລາຍຂຶ້ນ ໂດຍການສືບຕໍ່ແລກປ່ຽນການຢ້ຽມຢາມ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ແລະ ຂັ້ນວິຊາການຂອງສອງປະເທດ ຢ່າງເປັນປົກກະຕິ, ໃນໂອກາດການມາຢ້ຽມຢາມຄັ້ງນີ້, ຈະ ມີການຈັດປາຖະກະຖາ ໂດຍຜູ້ຕາງໜ້າຈາກຝ່າຍລາວ ກ່ຽວກັບຄວາມອາດສາມາດເປັນໄປໄດ້ ໃນຂະແໜງການທີ່ຈະມາລົງທຶນ ໂດຍສະເພາະ ຢູ່ແຂວງສະຫວັນນະເຂດ, ຈຳປາສັກ ແລະ ຫລວງພະບາງ. ຂະນະດຽວກັນ, ກໍສະເໜີ ພະນະທ່ານ ເອສ ຈາຢາກຸມມາ ຊ່ວຍຊຸກຍູ້ນັກ ທຸລະກິດ, ນັກລົງທຶນ ແລະ ນັກທ່ອງທ່ຽວຂອງສິງກະໂປ ມີການພົບປະ ແລະ ໄປມາຫາສູ່ກັນ ຫລາຍຂຶ້ນ ເພື່ອຊອກຊ່ອງທາງໃນການຮ່ວມມືກັນຕາມທ່າແຮງຂອງ ແຕ່ລະຝ່າຍ ເພື່ອນຳເອົາຜົນ ປະໂຫຍດຕົວຈິງ ມາສູ່ທັງສອງຝ່າຍ, ສືບຕໍ່ຮ່ວມກັນຄົ້ນຄວ້າຄວາມເປັນໄປໄດ້ ກ່ຽວກັບການເປີດ ສາຍການບິນໂດຍກົງ ລະຫວ່າງ ລາວ-ສິງກະໂປ ແລະ ສືບ​ຕໍ່​ສະຫນັບສະຫນູນຊຶ່ງກັນ ແລະ​ ກັນ ໃນ​ເວທີ​ພາກ​ພື້ນ ແລະ ​ສາກົນ

_______________________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la