ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ສະ​ເຫຼີ​ມສະ​ຫອງ​ວັນຊາດ​ສະຫະພັນ​ລັດ​ເຊຍ

ທ່ານ ປລອດ​ນີກອບ ວລາ​ດີ​ເມຍ (PLOTNIKOV VLADIMIR), ເອກ​ອັກຄະ​ລັດຖະທູດ ​ວິສາມັນຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ສະຫະພັນ​ລັດ​ເຊຍ​ປະ​ຈຳ​ລາວ​ ໄດ້​ຈັດ​ງານລ້ຽງ​ຮັບຮອງ​ເພື່ອ​ສະ​ເຫຼີ​ມ ສະຫລອງ​ວັນຊາດ (​ວັນ​ທີ 12.06.1991) ​ໃນ​ວັນ​ທີ 11 ມິຖຸນາ 2008 ຢູ່​ໂຮງ​ແຮມ​ລາວ​ ພລາຊາ​. ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ພົງ​ສະຫວັດ ບຸບຜາ, ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ ການ​ຕ່າງປະ​ເທດ, ບັນດາ​ລັດຖະມົນຕີ​ວ່າການ, ຊ່ວຍ​ວ່າການ, ບັນດາ​ທູຕານຸທູດ, ຫົວໜ້າ​ກົມ, ຮອງ​ກົມ ​ແລະ ຜູ້​ຕາງໜ້າ​ຈາກ​ອົງການ​ຈັດຕັ້ງສາກົນ​ເຂົ້າ​ຮ່ວມ.

ສປປ ​ລາວ ​ແລະ ລັດ​ເຊຍ​ໄດ້​ສ້າງສາ​ຍພົວພັນ​ການ​ທູດ​ກັນ​ມາ​ແຕ່​ເດືອນ​ຕຸລາ ປີ 1960 ເປັນຕົ້ນ ​ມາ, ​ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ ສປປ ລາວ ​ແລະ ລັດ​ເຊ​ຍ​ ໄດ້​ມີ​ການ​ຮ່ວມ​ມື​ກັນ​ຫລາຍດ້ານ​ດ້ວຍ​ດີ​ ຕະຫລອດ​ມາ ໂດຍສະເພາະ ​ລັດຖະບານ​ລັດ​ເຊຍ​ ໄດ້​ໃຫ້​ທຶນ​​ໄປ​ຝຶກ​ອົບຮົມ ​ແລະ ຮຽນຕໍ່​ຢູ່​ ລັດ​ເຊຍ​ອີກດ້ວຍ. ນອກ​ນັ້ນ, ຍັງໄດ້ມີການຮ່ວມມືທາງ​ດ້ານ​ສາທາລະນະ​ສຸກ​, ​ຄົມມະນາຄົມ​ຂົນ​ສົ່ງ ແລະ ກໍ່ສ້າງ​, ​ການ​ກະສິກຳ-ປ່າ​ໄມ້, ​​ກິລາ ​ແລະ ອື່ນໆ​ອີກ.

_____________________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la