ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພະນະທ່ານປະທານປະເທດ ສຳເລັດ
ການຢ້ຽມຢາມທາງລັດຖະກິດ ທີ່ປະເທດ ສິງກະໂປ

ພະນະທ່ານ ຈູມມາລີ ໄຊຍະສອນ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​​ລັດ ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ໄດ້ສຳເລັດການຢ້ຽມ​ຢາມທາງລັດຖະກິດ ສາທາລະນະລັດ ສິງກະໂປ ແລະ ໄດ້ເດີນທາງກັບຄືນມາເຖິງນະຄອນຫລວງວຽງຈັນ ໃນຕອນ ບ່າຍວັນທີ 11 ມິຖຸນາ 2008. ພະນະທ່ານ ປະທານປະເທດ ໄດ້ເຄື່ອນໄຫວຢ້ຽມຢາມທາງ ລັດຖະກິດ ທີ່ ສ. ສິງກະໂປ ແຕ່ວັນທີ 8-11 ມິຖຸນາ 2008 ຕາມຄຳ​ເຊື້ອເຊີນ​ຂອງ ພະນະທ່ານ ເຊລາປັນ ຣາມາ ນາທານ, ປະທານາ ທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ.

ໃນລະຫວ່າງການຢ້ຽມຢາມທາງລັດຖະກິດ, ພະນະທ່ານ ຈູມມາລີ ໄຊຍະສອນ ໄດ້ຮັບການຕ້ອນ ຮັບຢ່າງສົມກຽດ ຈາກ ພະນະທ່ານ ເຊລາປັນ ຣາມາ ນາທານ, ຊຶ່ງພິທີຕ້ອນຮັບໄດ້ຈັດຂຶ້ນໃນ ຕອນເຊົ້າຂອງ  ວັນທີ 9 ມິຖຸນາ 2008 ທີ່ສຳນັກງານປະທານາທິບໍດີ.

ພະນະທ່ານປະທານປະເທດ ແລະ ພະນະທ່ານປະທານາທິບໍດີ ໄດ້ພົບປະແລກປ່ຽນຄຳຄິດຄຳ ເຫັນນຳກັນ ໂດຍໄດ້ຕີລາຄາສູງການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດ. ສອງຝ່າຍ ເຫັນດີສືບຕໍ່ແລກປ່ຽນການຢ້ຽມຢາມຂອງຜູ້ນຳ ແລະ ຄະນະຜູ້ແທນຂັ້ນຕ່າງໆ; ສະໜັບສະໜູນ ຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ແລະ ສືບຕໍ່ຮ່ວມມືກັນດ້ານການທ່ອງທ່ຽວ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການ ຮ່ວມມືທີ່ດີມາແລ້ວນັ້ນ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ພະນະທ່ານປະທານປະເທດ ໄດ້ສະແດງຄວາມຍິນດີ ແລະ ຄວາມຂອບໃຈ ທີ່ຝ່າຍສິງກະໂປ ເຫັນດີສືບຕໍ່ໃຫ້ການຊ່ວຍເຫລືອລາວ ໃນການພັດທະນາຊັບຍາກອນມະນຸດ, ການຮ່ວມມືດ້ານ ການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ພ້ອມທັງຈະໃຫ້ການຊ່ວຍເຫລືອກະກຽມເປັນເຈົ້າ ພາບຈັດການແຂ່ງຂັນກິລາຊີເກມ ຂອງລາວອີກດ້ວຍ.

ພິເສດ, ເພື່ອເປັນສັນຍະລັກໃຫ້ແກ່ການຢ້ຽມຢາມຄັ້ງນີ້, ສູນຄົ້ນຄວ້າພັນໄມ້ ສິງກະໂປ ໄດ້ຜະລິດ ພັນດອກກ້ວຍໄມ້ຊະນິດໃຫມ່ຂຶ້ນມາ ແລະ ໄດ້ຕັ້ງຊື່ດອກໄມ້ ດັ່ງກ່າວວ່າ: ຈູມມາລີ-ແກ້ວສາຍໃຈ ໄຊຍະສອນ”. ການຢ້ຽມຢາມທາງລັດຖະກິດໃນຄັ້ງນີ້ ເຫັນວ່າໄດ້້ຮັບຜົນສຳເລັດຢ່າງຈົບງາມ, ຊຶ່ງ ໄດ້ເປັນຂີດໝາຍອັນສຳຄັນໃຫ້ແກ່ການພົວພັນ ແລະ ຮ່ວມມືທີ່ດີລະຫວ່າງສອງປະເທດ ໃຫ້ນັບມື້ ນັບຂະຫຍາຍຕົວຂຶ້ນເປັນກ້າວໆ.

 

 

 

 

 


 

 

 
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la