ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ທ່ານນາຍົກລັດຖະມົນຕີ ຕ້ອນຮັບຜູ້ວ່າຣາຊະການກຸງເທບມະຫານະຄອນ
ແຫ່ງ ລາຊະອານາຈັກໄທ

ວັນທີ 11 ມິຖຸນາ 2008 ນີ້, ທີ່ຫ້ອງຮັບແຂກສຳນັກງານ ນາຍົກລັດຖະມົນຕີ ທ່ານ ບົວສອນ ບຸບຜາວັນນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອະພິລັກ ໂກສະໂຍທິນ, ຜູ້ວ່າຣາຊະການກຸງເທບມະຫານະຄອນ ແຫ່ງລາຊະອານາຈັກໄທ ເນື່ອງໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ບົວສອນ ບຸບຜາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາ ສູງຕໍ່ການເດີນ ທາງມາຢ້ຽມຢາມ ສປປ ລາວ  ຂອງທ່ານ ອາພິສັກ ໂກສະໂຍທິນໃນເທື່ອນີ້ ເຊິ່ງຈະເປັນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງ  ໂດຍສະເພາະກໍ່ແມ່ນນະຄອນຫລວງວຽງຈັນກຸງເທບມະຫານະຄອນ ທີ່ມີມາແລ້ວນັ້ນໃຫ້ນັບມື້ເຕີບ ໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ.ທ່ານອາພິລັກ ໂກສະໂຍທິນ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບົວສອນ ບຸບຜາວັນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນເທື່ອນີ້ ພ້ອມທັງແຈ້ງຈຸດປະສົງຂອງ ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີ ຊາບອີກ ດ້ວຍ. 

_____________________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la