ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພາສາລາວHomeThe MinistyForeign PolicySpeechesAgreementsDiplomatic RelationsConsular AffairsNews

ສາ​ອວຍພອນ​ວັນຊາດສະຫະຣາຊະ​ອານາຈັກອັງກິດ ແລະ ອຽກລັງ​ເໜືອ

​​    ໃນວັນ​ທີ 9 ມິຖຸນາ 2009, ພະນະ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ ​ສົມ​ເດັດພະ​າ​ຊິນີ ​ເອລີ​ຊາ​ເບັດ ທີ II ​ແຫ່ງ ສະຫະຣາຊະ​ອານາຈັກອັງກິດ ​ແລະ ອຽກລັງ​ເໜືອ ທີ່ ລອນ​ດອນ ເນື່ອງ​ໃນ​ໂອກາດ​ວັນຊາດ​ ​ໃນ​ວັນ​ທີ 11/06/2009. ​ເຊິ່ງ​ສານ​ມີເນື້ອ​ໃນວ່າ: ​ເນື່ອງ​ໃນ​ວັນ​ພະຣາຊາ​ສົມບົດຂອງ ພຣະຣາຊິນີ, ຂ້າພະ​ເຈົ້າ​ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ສົມ​ເດັດ​ພຣະຣາຊິນີ​ ແລະ ປະຊາຊົນ​ອັງກິດ ​ແລະ ອຽກລັງ​ເໜືອ​ທຸກ​ທົ່ວ​ໜ້າ. ຂໍ​ໃຫ້​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວ​ມມື​ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ​ຈົ່ງ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຂຶ້ນ​ໄປ​ເລື້ອຍໆ ​ເພື່ອ​ຜົນ​ປະ​​ໂຫຍ​ດ ຂອງ​ປະຊາຊົນ​ສອງ​ຊາດ ​ແລະ ​ເພື່ອ​ສັນຕິພາບ​ໂລກ.

​ໃນ​ວັນ​ດຽວ​ກັນ ພະນະ​ທ່ານ​ ບົວ​ສອນ ບຸບຜາ​ວັນ, ນາຍົກລັດຖະມົນ​ຕີ​ແຫ່ງ ສປປ ລາວ ກໍ່​ໄດ​ສົ່ງ​ສານ​ອວຍ​ພອນ​ເຖິງ ພະນະ​ທ່ານ ດຣ.ກໍ​ດອນ ບຣາວ, ນາ​ຍົກ​ລັດຖະມົນຕີ​ແຫ່ງ ສະຫະຣາຊະ​ອານາຈັກອັງກິດ ​ແລະ ອຽກລັງ​ເໜືອ ທີ່​ລອນ​ດອນ ​ໂດຍ​ມີ​ເນື້ອ​ໃນ:

​     ເນື່ອງ​ໃນ​ໂອກາດ​ວັນຊາດ​ແຫ່ງ ສະຫະຣາຊະ​ອານາ​ຈັກ​ອັງກິດ ແລະ ອຽກລັງ​ເໜືອ, ​ໃນ​ນາມ​ລັດຖະບານ​ແຫ່ງ ສປປ ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າະ​ເຈົ້າ ​ຂໍສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ພະນະ​ທ່ານ ​ແລະ ​ໂດຍ​ຜ່ານ​ພະນະ​ທ່ານ​ໄປ​ຍັງ​ ລັດຖະບານ ​ແລະ ປະຊາຊົນ​ອັງກິດ ​ແລະ ອຽກລັງ​ເໜືອ​ທຸກ​ທົ່ວ​ໜ້າ.

      ຂ້າພະ​ເຈົ້າ​ຫວັງ​ວ່າ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ​ຈະ​ໄດ້​ຮັບ​ການ​ສືບ​ຕໍ່​ເສີມ​ຂະຫຍາຍ​ ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ສອງ​ຊາດ​ພວກ​ເຮົາ ​ແລະ​ ເພື່ອ​ການ​ຮ່ວມ​ມືສາກົນ, ​ເພື່ອ​ການ​ພັດທະນາ.

      ພະນະ​ທ່ານ ດຣ.ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປປ ລາວ ກໍ່​ໄດ້​ສົ່ງ​ສານ​ເຖິງ​ພະນະ​ທ່ານ ​ເດ​ວິດ ມີ​ລີ​ແບນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສະຫະຣາຊະ​ອານາ​ຈັກ​ອັງກິດ ​ແລະ ອຽກລັງ​ເໜືອ ​ເພື່ອ​ອວຍພອນ​ໃນ​ໂອກາດ​ນີ້​​ເຊັ່ນ​ດຽວ​ກັນ.

 

 

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la