ສານອວຍພອນວັນຊາດ ສະຫະພັນຣັດເຊຍ
ໃນວັນທີ 10 ມິຖຸນາ 2009, ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ເດີມີຕຣີ ເມັດດເວີເດັບ, ປະທານາທິບໍດີແຫ່ງ ສະຫະພັນຣັດເຊຍ ທີ່ນະຄອນຫລວງມົດສະກູ ເຊິ່ງມີເນື້ອໃນວ່າ: ພະນະທ່ານ, ເນື່ອງໃນໂອກາດວັນຊາດແຫ່ງ ສະຫະພັນຣັດເຊຍ, ໃນນາມລັດຖະບານແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນຣັດເຊຍເພື່ອນມິດທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ວັດທະນາຖາວອນ.
ຂ້າພະເຈົ້າ ຂໍຖືໂອກາດອັນມີຄວາມໝາຍສຳຄັນ ແລະ ສະຫງ່າລາສີນີ້ ສະແດງຄວາມປິຕິຊື່ນຊົມຕໍ່ສາຍພົວພັນມິດຕະພາບທີ່ມີມູນເຊື້ອ ອັນຍາວນານ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດພວກເຮົາທີ່ໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຂ້າພະເຈົ້າ ເຊື່ອໝັ້ນ ວ່າສາຍພົວພັນມິດຕະພາບພວກເຮົາ ຈະສາມາດເປີດກວ້າງການພົວພັນ ແລະ ການຮ່ວມມືຂອງສອງປະເທດໃນຂົງເຂດຕ່າງໆ ເພື່ອຜົນປະ ໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ.
ໃນໂອກາດດຽວກັນ, ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ວາລະດີເມຍ ປູຕິນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ເຊຣເກ ລາວະຣົບ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສະຫະພັນຣັດເຊຍ ຕາມລຳດັບເຊັ່ນດຽວກັນ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la