ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ຜູ້ນຳເຮົາສະແດງຄວາມເຫັນໃຈຕໍ່ຜູ້ນຳ ສ.ກູບາ

ພະນະທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ພະນະທ່ານ ຣາອູນ ກາສໂຕ ຣູດສ, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີແຫ່ງ ສາທາລະນະລັດກູບາ ຫລັງຈາກທີ່ໄດ້ຊາບຂ່າວວ່າ ໃນວັນທີ 30 ສິງຫາ 2008 ທີ່ແຂວງບີນາເດນ ຣີໂອ ຂອງ ສ.ກູບາ ໄດ້ຖືກພະຍຸກູສຕັຟພັດເຂົ້າອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງປະຊາຊົນກູບາຢ່າງຫລວງຫລາຍ.

ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມເປັນຫ່ວງເປັນໄຍ ແລະ ເຫັນອົກເຫັນໃຈຢ່າງສຸດຊຶ້ງມາຍັງພັກ, ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດໃນຄັ້ງນີ້. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດຂອງພັກ ແລະ ລັດຖະບານກູບາ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດຖືກເສຍຫາຍຈາກໄພພິບັດຄັ້ງນີ້, ກັບຄືນສູ່ສະພາບປົກກະຕິໂດຍໄວ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la