|
|
|
ທ່ານ ດຣ. ທອງລຸນ ສີສຸລິດ ມອບເງິນຊ່ວຍເຫລືອຜູ້ປະສົບໄພທຳມະຊາດຢູ່ ແຂວງວຽງຈັນ ວັນທີ 9 ກັນຍາ 2008 ຜ່ານມານີ້, ທ່ານ ດຣ. ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ ແລະ ມອບເງິນຊ່ວຍເຫລືອໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງວຽງຈັນ. ການມອບເງິນຊ່ວຍເຫລືອໃນຄັ້ງນີ້ ມີຂຶ້ນຢູ່ສຳນັກງານປົກຄອງແຂວງວຽງຈັນ, ໂດຍຄວາມຊ່ວຍເຫລືອ ເປັນຈຳນວນເງິນທັງໝົດ 116.700.000 ກີບ ເຊິ່ງມີຄະນະປະຈຳພັກແຂວງ, ຮອງເຈົ້າແຂວງແຂວງວຽງຈັນ ແລະ ກຳມະການສູນກາງພັກ, ເລຂາພັກແຂວງວຽງຈັນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ ເຊິ່ງຈຳນວນເງິນດັ່ງກ່າວ ຄະນະພັກອຳນາດ ການປົກຄອງແຂວງວຽງຈັນ ຈະໄດ້ນຳໄປຊ່ວຍເຫລືອໃຫ້ແກ່ຜູ້ປະສົບໄພຕໍ່ໄປ. ໃນໂອກາດດັ່ງກ່າວ, ທ່ານ ດຣ. ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ການດຳລົງ ຊີວິດຂອງປະຊາຊົນຜູ້ທີ່ປະສົບໄພນໍ້າຖ້ວມ. ພ້ອມດຽວກັນນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະອຳນາດ ການປົກຄອງທຸກຂັ້ນພາຍໃນແຂວງວຽງຈັນ ຈົ່ງພ້ອມກັນເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍສະເພາະແມ່ນ ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ຊາວກະສິກອນພໍ່ແມ່ປະຊາຊົນໄດ້ເຮັດການຜະລິດໃນລະດູແລ້ງທີ່ຈະມາເຖິງນີ້ ຕາມແນວທາງຂອງພັກ-ລັດຖະບານໄດ້ວາງອອກ . |
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la