ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ຖະແຫຼງການໂຄສົກກະຊວງການຕ່າງປະເທດຕໍ່ເຫດການຈໍລາຈົນໃນເຂດຊີນຈຽງ ສປ ຈີນ
ລັດຖະບານ ສປປ ລາວ ໄດ້ມີການຕິດຕາມເຫດການຈໍລາຈົນທີ່ເກີດຂຶ້ນຢູ່ເຂດປົກຄອງຕົນເອງ ຊີນຈຽງ ສປ ຈີນ ໃນວັນທີ 5 ກໍລະກົດ 2009 ດ້ວຍ ຄວາມຫ່ວງໄຍ, ເຫດການດັ່ງກ່າວໄດ້ກໍ່ໃຫ້ເກີດມີຄວາມສັບສົນວຸ້ນວາຍ ແລະຄວາມບໍ່ສະຫງົບສຸກ ທັງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດຄົນ ກໍ່ຄືຊັບສິນຂອງ ລັດ ແລະ ປະຊາຊົນຈຳນວນໜຶ່ງ.
ສປປ ລາວ ເຫັນວ່າ ການນຳໃຊ້ມາດຕະການອັນຈຳເປັນຂອງເຈົ້າໜ້າທີ່ ສປ ຈີນ ເພື່ອຄວບຄຸມສະຖານະການ ແລະ ປົກປັກຮັກສາຄວາມສະຫງົບ ໃນສັງຄົມແມ່ນຊອບທຳ ແລະ ຫວັງວ່າເຫດການດັ່ງກ່າວນັ້ນຈະໄດ້ຮັບການແກ້ໄຂໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la