ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ຜູ້ນຳອວຍພອນວັນຊາດມົງໂກລີ
ບັນດາທ່ານຜູ້ນຳ ແຫ່ງ ສປປ ລາວ ຊຶ່ງລວມມີ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ, ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຕ່າງກໍ່ໄດ້ສະ ແດງຄວາມຊົມເຊີຍອັນອົບອຸ່ນ ແລະ ຄຳອວຍພອນໄຊອັນປະເສີດຜ່ານທາງໂທລະເລກເຖິງຜູ້ນຳຄູ່ຮ່ວມຕຳແໜ່ງ ແຫ່ງ ມົງໂກລີ ພະນະທ່ານ ຊາເຄຍ ກີນ ເອລເບັກດໍຣຈ໌, ປະທານາທິບໍດີ, ພະນະທ່ານ ຊັນຈາອາກລິນ ບາຢາ, ນາຍົກລັດຖະມົນຕີ; ພະນະທ່ານ ບັດໂບລດ໌ ສຸກບາຕາຣິນ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ໃນໂອກາດວັນສ້າງຕັ້ງລັດ ມົງໂກລີ ຄົບຮອບ 803 ປີ, ວັນບຸນປະເພນີນາດຳ ແລະ ວັນຄົບຮອບ 88 ປີແຫ່ງວັນໄຊຊະ ນະຂອງການປະຕິວັດປະຊາຊົນມົງໂກລີ. ເນື້ອໃນຂອງບັນດາໂທລະເລກ ດັ່ງກ່າວເວົ້າວ່າ: “ພວກຂ້າພະເຈົ້າ ມີຄວາມຮູ້ສຶກປະທັບໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານລະຫວ່າງສອງປະເທດ ສປປ ລາວ ແລະ ມົງໂກລີ ໄດ້ສືບຕໍ່ຂະຫຍາຍຕົວ ໃນໄລຍະໃໝ່ໂດຍສະເພາະການຢ້ຽມຢາມຂອງປະທານປະເທດໃນປີ 2007, ແລະ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນ ດີງາມດັ່ງກ່າວ ຈະໄດັຮັບການສືບຕໍ່ພັດທະນາໃຫ້ເຂັ້ມແຂງ ແລະ ເກີດດອກອອກຜົນຍິ່ງຯຂຶ້ນເລື້ອຍໆໃນຊຸມປີຕໍ່ໜ້າເພື່ອນຳເອົາຜົນປະໂຫຍດລວມມາສູ່ປະ ຊາຊົນສອງຊາດລາວ-ມົງໂກລີ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la