ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ທ່ານ​ຮອງ​ນາຍົກ ດຣ​. ທອງ​ລຸນ ສີ​ສຸ​ລິດ ຕ້ອນຮັບຜູ້ແທນ​ບໍລິສັດ​ຜະລິດ​ເຮືອບິນ​ອາ​ເຕ​ເ​ເອຣ

​     ໃນ​ວັນ​ທີ 10 ກໍລະກົດ 2009, ທີ່​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ຮອງ​ນາຍົກ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ທ່ານດຣ​. ທອງ​ລຸນ ສີ​ສຸ​ລິດ ​ໄດ້​​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ JACGUES DESBATS, ຮອງປະທານ​ຜູ້​ອາວຸ​ໂສ​ຂອງບໍລິສັດ​ຜະລິດ​ເຮືອບິນ​ອາ​ເຕ​ເ​ເອຣ(ATR) ປະ​ເທດ​ຝຣັ່ງ, ​ໃນ​ໂອກາດ​ທີ່ທ່ານ​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ມອບ​ - ຮັບ​ເຮືອ​ບິນ​ໂດຍສານ(ATR) ລຳ​ທີ່ໜຶ່ງ​​ໃນຈຳນວນ 02 ລຳ ທີ່​ບໍລິສັດ​ການບິນ​ລາວ​ໄດ້​ສັ່ງ​ຊື້​ນຳ​ບໍລິສັດ​ດັ່ງກ່າວ.

      ​ໃນ​ໂອກາດ​ນີ້ ທ່ານ​ຮອງ​ນາຍົກ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດເຮົາ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຄວາມຂອບ​ໃຈ​ຕໍ່ທ່ານ JACGUES DESBATS ທີ່​ໄດ້​ໃຫ້​ຄວາມ​ສຳຄັນ ​ແລະ ປະກອບສ່ວນ​ໃນ​ການ​ສະໜອງ​ເຮືອບິນ​ທີ່ນຳ​ໃຊ້​ເຕັກນິກ​ໃໝ່​ໃນ​ການ​ຜະລິດ ​ແລະ ມີ​ການ​ພັດ ທະນາ​ຄຸນ​ນະພາ​ບທາງ​ດ້ານ​ເຕັກ​ໂນ​ໂລ​ຊີ, ຮັບປະກັນ​ຄວາມ​ປອດ​ໄພ ອັນ​ເປັນ​ເງື່ອນ​ໄຂ​ສຳຄັນ​ໃນ​ການ​ຮອງ​ຮັບ​ຜູ້​ໂດຍສານ, ​ໂດຍ​ສະ​ເພ​າະ​ແມ່ນ​ການ​ອຳນວຍ​ ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພ້ອມ​ນີ້ ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ​ທາງ​ບໍລິສັດ​ຈະ​ໃຫ້ການ​ຮ່ວມ​ມື​ກັບ ສປປ ລາວ ​ໃນ​ການ​ຍົກ​ລະດັບ​ພະນັກ ງານ​ການບິນ​ໃນ​ຕໍ່ໜ້າ​ອີກ​ດ້ວຍ.

 

 

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la