ສະເຫລີມສະຫລອງວັນຊາດສິງກະໂປ ຄົບຮອບ
43
ປີ
ທ່ານ ເຈຢາຣະ ເບັນຈາມິນ ວິລລຽມ (
Mr.
Jeyaraj Benjamin William),
ເອກອັກ ຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສິງກະໂປ ປະຈຳ
ສປປ ລາວ ໄດ້ຈັດງານລ້ຽງຮັບຮອງເພື່ອສະເຫລີມສະຫລອງວັນຊາດ
ຄົບຮອບ
43
ປີ,
ໃນວັນທີ
8
ສິງຫາ
2008,
ຢູ່ທີ່ໂຮງແຮມ ໂນໂວແທວ,
ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ດຣ.
ທອງລຸນ ສີສຸລິດ,
ຮອງນາຍົກລັດ ຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດ,
ບັນດາລັດຖະມົນຕີວ່າການ ແລະ ຊ່ວຍວ່າການ,
ບັນດາທູຕານຸທູດຕ່າງປະເທດ ແລະ
ອົງການຈັດຕັ້ງສາກົນປະຈຳລາວ ຕະຫລອດເຖິງບັນດາ
ພະນັກງານຂັ້ນສູງທີ່ກ່ຽວຂ້ອງຈຳນວນຫນຶ່ງ.
ສິງກະໂປ
ແລະ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ
2
ທັນວາ
1974,
ຂະນະທີ່ ສິງກະໂປ ໄດ້ສົ່ງເອກອັກຄະລັດຖະທູດມາປະຈຳຢູ່ ສປປ ລາວ
ເມື່ອເດືອນກຸມພາ
1997
ແລະ ສປປ ລາວ ກໍໄດ້ສົ່ງເອກອັກຄະລັດຖະທູດໄປປະຈຳຢູ່ ສິງກະໂປ
ໃນເດືອນ ມິຖຸນາ
1997.
ມາເຖິງປະຈຸບັນ ສະພາບການພົວພັນ ແລະ ການຮ່ວມມືລະຫວ່າງ ລາວ
ແລະ
ສິງກະໂປ ໄດ້ມີທ່າຂະຫຍາຍຕົວເປັນກ້າວໆດັ່ງປະກົດໃນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນຕ່າງໆທັງສອງປະເທດ
ແລະ ການຮ່ວມມືຊ່ວຍເຫລືອໃນດ້ານຕ່າງໆ.