ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 

 ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ລັດຖະມົນຕີການຕ່າງປະເທດໄທຈະຢ້ຽມຢາມລາວ

ດ້ວຍຄວາມປາດຖະໜາທີ່ຈະສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊາອະນາຈັກໄທ, ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຈະໄດ້ຕ້ອນຮັບການເດີນທາງ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ພະນະທ່ານ ເຕດ ບຸນນາກ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດແຫ່ງຣາຊາອານາຈັກໄທ, ໃນລະຫວ່າງວັນທີ 12-13 ສິງຫາ 2008.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la