ທ່ານ ຮູຈິນທາວ ພົບປະກັບ ທ່ານ ຈູມມາລີ ໄຊຍະສອນ
ວັນທີ
7
ສິງຫາ
2008, ຢູ່ຫໍສະພາປະຊາຊົນທີ່ປັກກິ່ງ,
ທ່ານ ຮູຈິນທາວ, ປະທານປະເທດຈີນ ໄດ້ພົບປະຜູ້ນຳ
5
ປະເທດ,
ທ່ານ ຈູມມາລີ ໄຊຍະສອນ,
ປະທານປະເທດລາວທີ່ເຂົ້າຮ່ວມພິທີໄຂງານກິລາໂອລິມປິກປັກກິ່ງ,
ທ່ານປະທານ ຮູຈິນທາວ
ຍິນດີຕ້ອນຮັບບັນດາທ່ານມາເຂົ້າຮ່ວມພິທີໄຂງານກິລາໂອລິມປິກປັກກິ່ງ.
ທ່ານ ຈູມມາລີ ໄຊຍະສອນ ແມ່ນຜູ້ນຳຕ່າງປະເທດຜູ້ທຳອິດທີ່ທ່ານ
ຮູຈິນທາວ ພົບປະໃນບັນດາທ່ານທີ່ມາເຂົ້າຮ່ວມ ພິທີໄຂງານ
ໂອລິມປິກ,
ຈາກນັ້ນກໍ່ເລີ່ມເປີດການເຄື່ອນໄຫວ
ທາງການທູດໂອລິມປິກ ໃນໄລຍະງານ
ໂອລິມປິກປັກກິ່ງ
ຂອງຜູ້ນຳ
ລະດັບສູງຂອງຈີນ.
ເມື່ອ
2
ປີກ່ອນ,
ທ່ານປະທານ ຮູຈິນທາວ ເຄີຍມາຢ້ຽມຢາມ ສປປ ລາວ
ແລະ ພົບປະເຈລະຈາກັບທ່ານ ຈູມມາລີ ໄຊຍະສອນ,
ຢູ່ນະຄອນຫລວງວຽງຈັນ.
ມື້ດຽວກັນ,
ທ່ານ ອູປາງໂກ,
ປະທານສະພາປະຊາຊົນ
ແຫ່ງຊາດຈີນ ກໍ່ໄດ້ພົບປະທ່ານປະທານ ຈູມມາລີ
ໄຊຍະສອນ. ຫລັງຈາກນັ້ນ,
ທ່ານ ຮູຈິນທາວ ກໍ່ໄດ້ພົບ
ປະທ່ານ ທາຕີຊີ,
ປະທານາທິບໍດີແຊກບີ;
ທ່ານ ລູກາເຊັນໂຄ,
ປະທານາທິບໍດີເບລາຣຸດຊີ;
ທ່ານ ອຸຢັດໂນເວັສ,
ປະທານາທິບໍດີມົງເຕເນໂກຼ ແລະ ທ່ານລູລາ ດາຊິນວາ,
ປະທານາທິບໍດີເບຼຊິນ. ໃນເວລາພົບ
ປະກັບຜູ້ນຳ 5
ປະເທດ,
ທ່ານ ຮູຈິນທາວ
ລ້ວນແຕ່ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ
ປະຊາຊົນ
5
ປະເທດດັ່ງກ່າວທີ່ໃຫ້ຄວາມເຫັນໃຈອັນຈິງໃຈ ແລະ
ການຊ່ວຍເຫລືອອັນລໍ້າຄ່າແກ່ ປະຊາຊົນຈີນໃນເວລາປະສົບໄພ
ແຜ່ນດິນໄຫວອັນຮຸນແຮງ.