ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 

 ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ແຂ່ງຂັນກິລາກັອຟມິດຕະພາບສະຫລອງວັນຄົບຮອບ 41 ປີ
ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 11 ປີ ທີ່ ສປປ ລາວ
ໄດ້ເຂົາເປັນສະມາຊິກຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ)


ໃນຕອນເຊົ້າຂອງວັນທີ 10
ສິງຫາ 2008 ນີ້, ໄດ້ມີການແຂ່ງຂັນກິລາກັອຟ ມິດຕະພາບ ເພື່ອຊີງຂັນ ລາງວັນຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ. ການແຂ່ງຂັນຈັດຂຶ້ນ ຢູ່ສະຫນາມກັອຟຫລັກ 14, ທີ່ນະຄອນຫລວງວຽງຈັນ ເພື່ອສະຫລອງວັນຄົບຮອບ 11 ປີທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ແລະ 41 ປີແຫ່ງການສ້າງຕັ້ງອາຊຽນ. ໃນໂອກາດການ ແຂ່ງຂັນກິລາ ກັອຟມິດຕະພາບ ຄັ້ງນີ້ເປັນກຽດເຂົ້າຮ່ວມມີ ພະນະທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ, ຄະນະນຳກະຊວງການຕ່າງປະເທດ ແລະ ມີບັນດາທູຕານຸທູດ າກສະຖານເອກອັກຄະລັດຖະທູດ ປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາອາຊຽນທີ່ມີສຳນັກງານ ຕັ້ງຢູ່ ສປປ ລາວ.

ການແຂ່ງຂັນກິລາກັອຟຄັ້ງນີ້ແມ່ນຫນຶ່ງໃນບັນດາກິດຈະກຳຕ່າງໆເຊິ່ງຈັດຂຶ້ນເພື່ອສະເຫລີມສະຫລອງວັນທີ່ມີຄວາມ ຫມາຍສຳຄັນດັ່ງກ່າວ, ທັງເປັນການສືບຕໍ່ຮັດແຫນ້ນສາຍພົວພັນຮ່ວມມື ແລະ ສົ່ງເສີມຄວາມສາມັກຄີລະຫວ່າງ   ສປປ ລາວ ກັບຕ່າງປະເທດກໍ່ຄືລະຫວ່າງກະຊວງການຕ່າງປະເທດ ກັບສຳນັກງານຜູ້ຕາງຫນ້າຂອງບັນດາ ປະເທດດັ່ງກ່າວ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la