ຜູ້ປະຈຳການລັດຖະບານຕ້ອນຮັບຄະນະຜູ້ແທນ ສ ເຊັກ
ແລະ ສະຫະພາບເອີຣົບ
ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ
ໄດ້ສະແດງຄວາມຍິນດີ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ
ຄະນະຜູ້ແທນສະພາສູງ ແຫ່ງ ສ.ເຊັກ ອັນເປັນການເສີມຂະຫຍາຍ
ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດເຊັກ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ໃຫ້ການຕ້ອນຮັບ ທ່ານ ອີວານ
ອາດາມເມັກ, ຫົວໜ້າກຳມາທິການ ເສດຖະກິດ, ກະສິກຳ ແລະ ຂົນສົ່ງ,
ສະພາສູງ ແຫ່ງ ສ.ເຊັກ ແລະ ຄະນະເຂົ້າຢ້ຽມຂ່ຳນັບ ໃນຕອນບ່າຍ
ວັນທີ 9 ພຶດສະພາ 2008. ທ່ານຜູ້ປະຈຳການລັດຖະບານ
ຍັງໄດ້ກ່າວຊົມເຊີຍຕໍ່ຜົນ ການປຶກສາຫາລືຄວາມເປັນໄປໄດ້ໃນການ
ຮ່ວມມື ຂອງຂະແໜງການຕ່າງໆ ເຊັ່ນ: ດ້ານເສດຖະກິດ, ການສຶກສາ,
ກະສິກຳ ແລະ ອື່ນໆ ໂດຍສະເພາະແມ່ນການ ພົວພັນຮ່ວມມື
ແລກ ປ່ຽນບົດຮຽນປຶກສາຫາລືຊ່ວຍເຫລືອຊຶ່ງກັນ ແລະ ກັນລະຫວ່າງສອງອົງການນິຕິບັນຍັດຂອງທັງ
ສອງປະເທດ.
ໃນຕອນບ່າຍວັນດຽວກັນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ
ທ່ານ ຟຣີດຣິກສ ຮຳບວກເກີ, ເອກອັກຄະລັດຖະທູດສະຫະພາບເອີລົບ
(EU) ປະຈຳລາວ ຊຶ່ງມີສຳນັກງານສະຖານທູດຕັ້ງຢູ່ ບາງກອກ
ໃນໂອກາດເດີນທາງມາເຮັດວຽກ ແລະ ເຂົ້າຮ່ວມງານສະຫລອງ ວັນສະຫະພາບເອີລົບ.