ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ນາຍົກລັດຖະມົນຕີ ຊົມເຊີຍ ຄູ່ຮ່ວມຕຳແໜ່ງ ສ. ລັດເຊຍ

ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງຄວາມຊົມເຊີຍ ຜ່ານສານ ເຖິງ ພະນະທ່ານ ວາລາດີເມຍ ປູຕິນ, ນາຍົກລັດຖະມົນຕີ ແຫ່ງ ສະຫະພັນລັດເຊຍ ເນື່ອງໃນໂອກາດ ທີ່ພະນະທ່ານ ໄດ້ ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສ. ລັດເຊຍ. ພ້ອມທັງສະແດງຄວາມຫວັງວ່າ: ໃນ ໄລຍະທີ່ ພະນະທ່ານນາຍົກ ວາລາດີເມຍ ປູຕິນ ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສ. ລັດເຊຍ ນີ້ ຈະໄດ້ ມີໂອກາດປຶກສາຫາລື ແລະ ເຮັດວຽກຮ່ວມກັນເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນ ເຊື້ອລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ລັດເຊຍ, ເພື່ອການຮ່ວມມືພັດທະນາ ແລະ ສັນຕິພາບໂລກ.

_____________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la