ທ່ານ ດຣ. ທອງລຸນ ສີສຸລິດ
ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຜູ້ຊ່ວຍເລຂາທິການໃຫຍ່
ສປຊ,
ເລຂາທິການຄະນະກຳມາທິການຕ້ານການກໍ່ການຮ້າຍສາກົນ
ທ່ານ ດຣ. ທອງລຸນ ສີສຸລິດ,
ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ,ປະທານຄະນະກຳມະການສະເພາະກິດແຫ່ງຊາດ
ໃນການຈັດຕັ້ງປະຕິບັດຍັດຕິ
1373
ຂອງສະພາຄວາມ
ໝັ້ນຄົງ
ສປຊ ກ່ຽວກັບການຕ້ານການກໍ່ການຮ້າຍ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ
ທ່ານ ໄມສະມິດ (Mike
Smith)
ຜູ້ຊ່ວຍເລຂາທິການໃຫຍ່ ສປຊ,
ເລຂາທິການ ຄະນະກຳມາທິການຕ້ານການກໍ່ການຮ້າຍສາກົນຂອງ ສປຊ
ພ້ອມຄະນະເມື່ອຕອນບ່າຍວັນທີ 12/5/2008 ນີ້.
ໃນການພົບປະຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກ
ຂອງຄະນະ ຢູ່ ສປປ ລາວ. ທ່ານຮອງນາຍົກລັດຖະມົນຕີ
ຕ້ອນຮັບຄະນະດັ່ງກ່າວ ແລະ ແຈ້ງໃຫ້ແຂກຊາບເຖິງມາດຕະການແຫ່ງ
ຊາດທີ່ລັດຖະບານ ສປປ ລາວ ໄດ້ຈັດຕັ້ງປະຕິບັດຕະຫລອດໄລຍະທີ່ຜ່ານມາ
ໃນການຕ້ານການກໍ່ການຮ້າຍສາກົນ ກໍ່ຄື ການຮ່ວມມືຂອງ ສປປ ລາວ
ກັບບັນດາປະເທດໃນອະນຸພາກພື້ນ, ພາກພື້ນ ແລະ ສາກົນ. ທ່ານ ໄມສະມິດ
ກໍ່ໄດ້ຕີ ລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານລາວ ໃນການປະກອບສ່ວນເຂົ້າໃນຂະບວນການຕ້ານການກໍ່ການຮ້າຍສາ
ກົນກໍ່ຄືການປະຕິບັດເນື້ອໃນ ຍັດຕິ 1373 ຂອງສະພາຄວາມຫມັ້ນຄົງ
ສປຊ.
ໃນມື້ວັນດຽວກັນນີ້, ຄະນະຜູ້ແທນ ສປຊ
ກໍ່ໄດ້ພົບປະເຮັດວຽກກັບຄະນະກຳມະການສະເພາະກິດ ແຫ່ງຊາດ ສປປ
ລາວ ຕ້ານການກໍ່ການຮ້າຍ ນຳໂດຍທ່ານ ບຸນເກີດ ສັງສົມສັກ,
ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງ ປະເທດ. ໃນການພົບປະເຮັດວຽກໃນຄັ້ງນີ້
ຝ່າຍລາວໄດ້ແຈ້ງໃຫ້ຄະນະຊາບເຖິງນະໂຍບາຍ ແລະ ມາດຕະການຂອງ
ລັດຖະບານລາວໃນການຕ້ານການກໍ່ການຮ້າຍ,
ລວມທັງການຈັດຕັ້ງປະຕິບັດເນື້ອໃນຍັດຕິ 1373 ຂອງສະພາຄວາມ
ຫມັ້ນຄົງຕະຫລອດໄລຍະ 7 ປີຜ່ານມາ, ເປັນຕົ້ນ
ລັດຖະບານໄດ້ສົ່ງບົດລາຍງານແຫ່ງຊາດໃຫ້ອົງການ ສປຊ ເຖິງ 3
ສະບັບ, ໄດ້ປະຕິບັດເນື້ອໃນຂອງຍັດຕິຢ່າງຕັ້ງຫນ້າໃນລະດັບຊາດໂດຍໄດ້ຈັດຕັ້ງຄະນະກຳມະການສະເພາະກິດແຫ່ງ
ຊາດຂຶ້ນ, ມີກົນໄກ ການປະຕິບັດງານໃນລະດັບຊາດ, ກົນໄກປະສານງານ,
ຕະຫລອດຮອດການປັບປຸງກົດຫມາຍອາຍາ
ກໍ່ຄືກົດຫມາຍຕ່າງໆທີ່ກ່ຽວຂ້ອງ, ໄດ້ຮ່ວມມືປະເທດໃນພາກພື້ນ
ແລະ ສາກົນໃນການຕ້ານການກໍ່ການ ຮ້າຍສາກົນ ແລະ ໄດ້ສະເຫນີໃຫ້ຄະນະກຳມະການຕ້ານການກໍ່ການຮ້າຍ
ສປຊ ພິຈາລະນາໃນການຊ່ວຍ ເຫລືອ ສປປ ລາວ ໃນຕໍ່ຫນ້າ.