ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ສປປ ລາວ ​​ເປັນ​ເຈົ້າພາບ​ກອງ​ປະຊຸມ​ລະດັບ​ພາກພື້ນທີ່ ຫລວງພະບາງ

ກະຊວງການຕ່າງປະເທດ ເປັນເຈົ້າພາບຈັດ 3 ກອງປະຊຸມຕິດຕໍ່ກັນຄື: ກອງປະຊຸມປຶກສາຫາລື ອາຊຽນ-ຍີ່ປຸ່ນ ວ່າດ້ວຍການຕ້ານການກໍ່ການຮ້າຍຄັ້ງທີ 3; ກອງປະຊຸມເວທີປຶກສາຫາລື ອາຊຽນ-ຍີ່ປຸ່ນ ຄັ້ງທີ 24 ແລະ ກອງປະຊຸມເວທີປຶກສາຫາລື ອາຊີຕາເວັນອອກ ຄັ້ງທີ 6 ໃນລະຫວ່າງວັນທີ 14-16 ຕຸລາ 2008 ຢູ່ທີ່ ແຂວງຫລວງພະບາງ.

ກອງປະຊຸມປຶກສາຫາລື ອາຊຽນ-ຍີ່ປຸ່ນ ວ່າດ້ວຍການຕ້ານການກໍ່ການຮ້າຍ ຄັ້ງທີ 3 ຈັດຂຶ້ນໃນວັນທີ 14-15 ຕຸລາ 2008 ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ໄຊຍະການ ສີສຸວົງ, ເອກອັກຄະລັດຖະທູດປະຈຳ ກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ອາຊຽນ ຂອງ ສປປ ລາວ ແລະ ທ່ານ ເອກອັກຄະລັດຖະທູດ ອາກີໂອະ ສຸດະ ກະຊວງການຕ່າງປະເທດຍີ່ປຸນ; ມີຄະນະຜູ້ແທນຈາກ 10 ປະເທດສະມາຊິກອາຊຽນ, ຍີ່ປຸ່ນ ແລະ ກອງເລຂາເຂົ້າຮ່ວມ. ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນການຮ່ວມມືກັນຕ້ານການກໍ່ການຮ້າຍລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນໄລຍະທີ່ຜ່ານມາ; ປະເມີນໄພຂົ່ມຂູ່ຂອງການກໍ່ການຮ້າຍ ໃນພາກພື້ນອາຊີອາຄະເນ ແລະ ຍີ່ປຸ່ນ; ປຶກສາຫາລື ແລະ ຮັບຮອງເອົາໂຄງການຕ່າງໆພາຍໃຕ້ຂອບການຮ່ວມມື ອາຊຽນ-ຍີ່ປຸ່ນ ວ່າດ້ວຍການຕ້ານການກໍ່ການຮ້າຍ ແລະ ປຶກສາຫາລືກ່ຽວກັບ ທິດທາງຂອງການຮ່ວມມືຕ້ານການກໍ່ການຮ້າຍ ອາຊຽນ-ຍີ່ປຸ່ນ ໃນອະນາຄົດ.

ກອງປະຊຸມເວທີປຶກສາຫາລື ອາຊຽນ-ຍີ່ປຸ່ນ ຄັ້ງທີ 24 ຈະຈັດຂຶ້ນໃນວັນທີ 15 ຕຸລາ 2008 ໂດຍການ ເປັນປະທານຮ່ວມຂອງ ທ່ານ ໄຊຍະການ ສີສຸວົງ ເອກອັກຄະລັດຖະທູດປະຈຳກະຊວງການຕ່າງ ປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ອາຊຽນ ຂອງ ສປປ ລາວ ແລະ ທ່ານ ມາຊາຮາຣຸ ໂກໂນະ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຍີ່ປຸ່ນ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຄະນະຜູ້ແທນຈາກ 10 ເທດສະມາຊິກ ອາຊຽນ-ຍີ່ປຸ່ນ ແລະ ກອງເລຂາອາຊຽນ. ກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນການຮ່ວມມື ອາຊຽນ-ຍີ່ປຸ່ນ ໃນໄລຍະ 3 ທົດສະວັດທີ່ຜ່ານມາ ແລະ ເພື່ອສະເໜີທິດທາງກໍ່ຄືມາດຕະການຕ່າງໆສຳລັບການຮ່ວມມື ອາຊຽນ-ຍີ່ປຸ່ນ ໃນອະນາຄົດ. ພ້ອມດຽວກັນນີ້, ກອງປະຊຸມຍັງຈະໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ຕາ​ເວັນ​ອອກ ​ຄັ້ງທີ 6 ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ຕຸລາ 2008 ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ເກີດ ສັງ​ສົມ​ສັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ໃຫ້​ກຽດ​ກ່າວ​ເປີດ​ກອງ​ປະຊຸມ​ໂດຍ​ທ່ານ ສຸ​ລິ​ວົງ ດາ​ລາວົງ, ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງນີ້ ມີ​ຄະນະ​ຜູ້​ແທນ​ຈາກ​ພາກ​ລັດ, ນັກ​ຄົ້ນ​ຄວ້າ ​ແລະ ນັກທຸ ລະກິດ​ພາກ​ເອກະ​ຊົນ​ຂອງ 10 ປະ​ເທດ​ສະມາ​ຊິກ​ ອາ​ຊຽນ+3 (ສປ ຈີນ; ສ. ​ເກົາຫຼີ; ຍີ່ປຸ່ນ) ​ແລະ ກອງ​ເລຂາ​ອາ​ຊຽນ. ກອງ​ປະຊຸມ​ດັ່ງກ່າວ ​ຈັດ​ຂຶ້ນພາຍ​ໃຕ້​ຫົວ​ຂໍ້ ກ້າວ​ສູ່​ປະຊາ​ຄົມ​ອາຊີ​ຕາ​ເວັນ​ອອກ, ຫັນ​ບັນດາ​ ສິ່ງ​ທ້າ​ທາຍ​ເປັນ​ກາລະ​ໂອກາດ​ ໂດຍ​ຜ່ານ​ການ​ຮ່ວມ​ມື​ກ້ວາງ​ຂວາງ​ກວ່າ​ເກົ່າ ​ໂດຍຈະ​ເນັ້ນ​ໃສ່​ປຶກສາ​ຫາລື 2 ບັນຫາ​ຕົ້ນຕໍ​ຄື: ຂະຫຍາຍ​ການ​ຮ່ວມ​ມື​ກ້ວາງ​ຂວາງ​ກວ່າ​ເກົ່າ​ ເພື່ອ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ ​ແລະ ສະບຽງອາຫານ ​ແລະ ການ​ຫຼຸດຜ່ອນ​ຄວາມ​ແຕກ​ໂຕນ​ກັນ​ດ້ານ​ການ​ພັດທະນາ, ​ເລັ່ງລັດການ​ເຊື່ອມ​ໂຍງ​ພາກພື້ນ ​ແລະ ນຳ​ເອົາ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ມາສູ່​ພາກພື້ນ. ກອງປະຊຸມຄັ້ງນີ້, ​ເປັນ​ການ​ປະກອບ​ສ່ວນສືບ​ຕໍ່​ຮັດ​ແໜ້ນ​ບາດກ້າວ​ການ​ຮ່ວມ​ມື​ເພື່ອ​ກ້າວ​ໄປ​ສູ່​ປະຊາ​ຄົມ​ອາຊີ​ຕາ​ເວັນ​ອອກ.

ການ​ເປັນ​ເຈົ້າພາບ ​ແລະ ​ເປັນ​ປະທານ 3 ກອງ​ປະຊຸມ​ຄັ້ງ​ນີ້ຂອງ ສປປ ລາວ ​ເປັນ​ການ​ຕົກລົງ​ເຫັນ​ດີ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ປະ​ເທດ​ຄູ່​ເຈລະຈາ ​ຂອງ​ອາ​ຊຽນທີ່​ກ່ຽວຂ້ອງ​ ຊຶ່ງ​ອີກດ້ານໜຶ່ງ​ມັນສະ​ແດງ​ເຖິງ​ຄວາມ​ໄວ້​ວາງ​ໃຈ ​ແລະ ຄວາມ​ເຊື່ອໝັ້ນ​ຕໍ່​ຄວາມ​ສາມາດ​ຂອງ ສປປ ລາວ​ ໃນ​ການຈັດ ​ແລະ ​ເປັນ​ເຈົ້າພາບ​ກອງ​ປະຊຸມ ​ລະດັບ​ພາກພື້ນ ​ແລະ ທັງ​ເປັນ​ການສະ​ແດງ​ເຖິງ​ການ​ຍົກ​ບົດບາດ​ຂອງ ສປປ ລາວ ​ໃນ​ເວທີ​ພາກພື້ນ​ໃຫ້​ສູງ​ຂຶ້ນຕື່ມ​ອີກບາດກ້າວໜຶ່ງ.

​ນອກ​ນີ້, ການ​ຈັດ 3 ກອງ​ປະຊຸມ​ດັ່ງກ່າວ​ຢູ່​ເມືອງ​ມໍລະດົກໂລກ​ຫລວງ​ພະ​ບາງ​ ຍັງ​ເປັນ​ການ​ສົ່ງ​ເສີມ​ການທ່ອງທ່ຽວ ​ແລະ​ ປະກອບສ່ວນ​ເຂົ້າ​ໃນ​ການ​ສົ່ງເສີມ​ເສດ​ຖະກິດ​ທ້ອງ​ຖິ່ນ​. ພ້ອມ​ດຽວ​ກັນນີ້, ໄລຍະ​ຈັດ​ກອງ​ປະຊຸມກໍ່ຖືກ​ກັບ​ໄລຍະ​ອອກ​ພັນ​ສາ​ຊຶ່ງ​ໄດ້​ເປັນ​ການ​ໂຄສະນາ​ເຜີຍ​ແຜ່​ຮີດຄອງ​ປະ​ເພນີ​ອັນ​ຈົບງາມ​ຂອງ​ຊາດ​ໃຫ້​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ໄດ້​ຮັບ​ຮູ້ ແລະ ​ເຂົ້າ​ໃຈດີ​ຍິ່ງ​ຂຶ້ນອີກ​ດ້ວຍ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la