ລາວ-ໄທ ບັນລຸການລົງນາມເອກະສານຫລາຍສະບັບ
ໃນວັນທີ 13 ພຶດສະພາ 2009 ນີ້, ພາຍຫລັງກອງປະຊຸມປຶກສາຫາລື ລະຫວ່າງ ພະນະທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ທ່ານ ກະສິດ ພິຣົມ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດແຫ່ງ ຣາຊະອານາຈັກໄທ ຢູ່ທີ່ ກະຊວງການຕ່າງປະເທດ ທີ່ບາງກອກ, ປະເທດໄທ.
ສປປ ລາວ ແລະ ຣາຊະອານາຈັກໄທ ໄດ້ບັນລຸການລົງນາມໃນເອກະສານຮ່ວມມືລະຫວ່າງສອງປະເທດ ລວມມີ 7 ສະບັບຄື: ບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືລາວ-ໄທ ຄັ້ງທີ 15 ຊຶ່ງລົງນາມໂດຍ ພະນະທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ພະນະທ່ານ ກະສິດ ພິຣົມ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ, ຂໍ້ຕົກລົງວ່າດ້ວຍການແລກປ່ຽນສິດທິການເຊົ່າທີ່ດິນລະຫວ່າງກັນ ເພື່ອນຳໃຊ້ເຂົ້າໃນວຽກງານກົງສຸນ ຊຶ່ງລົງນາມໂດຍທ່ານ ຫຽມ ພົມມະຈັນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ທ່ານ ວິບູນ ຄູສະກຸນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕມແຫ່ງ ຣາຊະອານາຈັກໄທ ປະຈຳລາວ; ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຮັບຊື້ໄຟຟ້າສ່ວນເກີນຄວາມຕ້ອງການຂອງລັດວິສາຫະກິດໄຟຟ້າລາວ ຈາກໂຄງການນ້ຳເທີນ 2 ແລະ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຮ່ວມມືເຊື່ອມຕໍ່ລະບົບສົ່ງໄຟຟ້າ 115 ເມັກກາວັດ ຈຸດໃໝ່ ລະຫວ່າງ ສະຖານນີໄຟຟ້າປາກລາຍ (ສປປ ລາວ); ສັນຍາແກ້ໄຂເພີ່ມເຕີມ: ສັນຍາຊື້-ຂາຍໄຟຟ້າ ເຂື່ອນນ້ຳງື່ມ 1 ຄັ້ງທີ 1 ແລະ ສັນຍາຊື້ຂາຍໄຟຟ້າ ໂຄງການເຂື່ອນໄຟຟ້າເຊເສັດ ຄັ້ງທີ 2 ຊຶ່ງລົງນາມໂດຍທ່ານ ຄຳມະນີ ອິນທະລາດ, ວ່າການຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ສົມບັດ ສານສີຈາຣີ, ຜູ້ວ່າການໄຟຟ້າ ຝ່າຍຜະລິດແຫ່ງປະເທດໄທ.
ນອກນັ້ນ, ຍັງມີເອກະສານບັນທຶກຄວາມເຂົ້າໃຈ (Tariff MoU) ໂຄງການຫົງສາລິກໄນ ລົງນາມໂດຍ ຜູ້ວ່າການໄຟຟ້າ ຝ່າຍຜະລິດແຫ່ງປະເທດໄທ ແລະ ຜູ້ພັດທະນາໂຄງການໃນ ສປປ ລາວ ອີກດ້ວຍ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la