ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພາສາລາວHomeThe MinistyForeign PolicySpeechesAgreementsDiplomatic RelationsConsular AffairsNews

ພະນະທ່ານປະທານປະເທດ ສຳເລັດການຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກໄທ

ພະນະທ່ານ ຈູມມາລີໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ພ້ອມພັນລະຍາແລະ ຄະນະ​​ໄດ້ສິ້ນສຸດການຢ້ຽມຢາມ ຣາຊະອານາຈັກໄທ ທາງລັດຖະກິດໃນຖານະພະຣາຊະອະຄັນຕຸກະຂອງ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດແລະ ສົມເດັດ ພະຣາຊິນີແຫ່ງ ຣາຊະອານາຈັກໄທເປັນເວລາ 3 ວັນແລະໄດ້ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບໃນຕອນຄໍ່າຂອງວັນທີ 14 ພຶດສະພາ 2009, ຊຶ່ງພິທີຕ້ອນຮັບໄດ້ຈັດຂຶ້ນຢູ່ຫໍຄຳ, ມີບັນດາກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ, ສະມາຊິກສະພາແຫ່ງຊາດ, ຄະນະຜູ້ແທນທາງການແລະ ອຸປະທູດແຫ່ງ ຣາຊະອານາຈັກໄທ ປະຈຳລາວເຂົ້າຮ່ວມ.

ສຳລັບພາລະກິດໃນການຢ້ຽມຢາມ ຣາຊະອານາຈັກໄທໃນວັນທີ 14 ພຶດສະພາ 2009, ພະນະທ່ານປະທານປະເທດ ຈູມມາລີໄຊຍະສອນໄດ້ໄປຢ້ຽມຊົມໂຄງການແກັມລິງເພື່ອປ້ອງກັນໄພນ້ຳຖ້ວມເຂດປຣະເວດແລະໄດ້ຮັບຟັງການລາຍງານ ກ່ຽວກັບ ການປະຕິ ບັດໂຄງການດັ່ງກ່າວ ພ້ອມທັງຢ້ຽມຊົມສະຖານທີ່ສູບນ້ຳບຶງໜອງບອນ. ຫລັງຈາກນັ້ນ, ພະນະທ່ານ ປະທານປະເທດ ພ້ອມພັນລະຍາແລະ ຄະນະໄດ້ເດີນທາງຢ້ຽມຊົມສວນຈິດລະດາ ຊຶ່ງເປັນໂຄງການສ່ວນພະອົງຂອງ ພະເຈົ້າມະຫາຊີວິດ​​ແຫ່ງ ຣາຊະອານາຈັກໄທ. ນອກນັ້ນ, ກໍ່ໄດ້ເດີນທາງໄປທ່າ​​ເຮືອ ທ່າວາສຸກຣີແລະ ລົງເຮືອອັງສະນາແລ້ວລ່ອງ​ເພື່ອ​ໄປ​ຕາມແມ່ນ້ຳເຈົ້າພະຍາ ພ້ອມທັງຮັບປະທານອາຫານທ່ຽງ ຢູ່ໃນເຮືອລຳດັ່ງກ່າວ.

ພາຍຫລັງທີ່ ພະນະທ່ານ ຈູມມາລີໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວແລະ ພັນລະຍາໄດ້ສຳເລັດການຢ້ຽມຢາມທາງ ລັດຖະກິດ, ຝ່າຍຣາຊະອານາຈັກໄທໄດ້ຈັດພິທີສົ່ງຢ່າງສົມກຽດໂດຍສົມເດັດ ພະບໍຣົມໂອລະສາທິຣາດ ສະຫຍາມມົງກຸດຣາຊະກຸມານແລະ ສົມເດັດພຣະເທບຣັດຕະນະ ຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ, ສະເດັດອອກສົ່ງ ພະນະທ່ານ ປະທານປະເທດ ຈູມມາລີໄຊຍະສອນ ແລະ ພັນລະຍາ ທີ່ສະໜາມບິນ ກອງບັນຊາການກອງທັບອາກາດ ດອນເມືອງ.

 

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la