ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 

ລັດຖະມົນຕີວ່າການກະຊວງການຕ່າງປະເທດ
ຕ້ອນຮັບຄະນະຜູ້ແທນສະວິດ

ທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງ ປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈິນເດເນວເກີເບີ (Jean Daniel Gerbar), ລັດຖະມົນຕີວ່າການກະຊວງເສດຖະກິດ, ປະເທດສະວິດ ແລະ ຄະນະ ເມື່ອວັນທີ 11 ກໍລະກົດ 2008, ທີ່ຫ້ອງຮັບແຂກກະຊວງການຕ່າງປະເທດ. ໃນໂອກາດນີ້, ທ່ານ ດຣ.ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຈິນ ເດເນວເກີເບີ ທີ່ເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນ ອັນສຳຄັນຕໍ່ການເສີມ ສ້າງສາຍພົວພັນ ແລະ ການຮ່ວມມືຊ່ວຍເຫລືອລະຫວ່າງ ສປປ ລາວ ແລະ ສະວິດ ທີ່ມີມາດົນ ນານແລ້ວນັ້ນໃຫ້ແຫນ້ນແຟ້ນຍິ່ງໆຂຶ້ນ.

_______________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la