ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ທ່ານປະທານ​ປະ​ເທດຕ້ອນຮັບ​ຄະນະ​ຜູ້​ແທດ​ພັກ​ກອມ​ມູນິດ​ຈີນ ​ແຂວງ​ກວາງຊີ

​    ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 13 ກໍ​ລະ​ກົດ 2009,  ພະນະ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ ​ຢ້ຽມ​ຂ່ຳນັບ​ຂອງ​ຄະນະຜູ້​ແທນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ່ວງກວາງຊີ ສປ ຈີນ, ​​​ນຳໂດຍທ່ານ ກົວ​ເຊິ​ງຄຸນ ເລຂາ​ຄະນະ​ພັກ ປະທານ​ຄະນະ​ປະຈຳ​ສະພາ ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ່ວງກວາງຊີ ​ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນ​ໄດ້​ເດີນທາງ​ມາຢ້ຽມຢາມ​ເຮັດ​ວຽກ​ຢູ່ ສປປ ລາວ.

​    ໃນ​ໂອກາດ​ນີ້ ພະນະ​ທ່ານ ຈູ​ມມະ​ລີ ​ໄຊ​ຍະສ​ອນ ​ໄດ້ຕີ​ລາຄາ​ສູງ​ ​ແລະ ​ໃຫ້​ການ​ຕ້ອນຮັບ​ຢ່າງ​ອົບ​ອຸນຕໍ່​ຄະນະ​ຜູ້​ແທນ ​ເຊິ່ງ​ເປັນ​ການ​ເສີມ​ຂະຫຍາຍ​ ສາຍ​ພົວພັນ​ມິດຕະພາບ​ອັນ​ແໜ້ນ​ແກ່ນ​ລະຫວ່າງ​ສອງ​ປະ​ເທດ ​ໂດຍ​ສະ​ເພາະ​ກໍ​ແມ່ນ​ລະຫວ່າງ ສປປ ລາວ ​ແລະ ແຂວງ​ກວາງຊີ ທີ່​ມີ​ມາ​ແລ້ວ​ນັ້ນ ​ໃຫ້​ ແຕກ​ດອກ​ອອກ​ຜົນ​ຢ່າງ​ງອກ​ງາມຍິ່ງ​ຂຶ້ນ, ພ້ອມ​ກັນ​ນັ້ນ ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຮ່ວມ​ມື​ເຊິ່ງກັນ​ ແລະ ກັນ ​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ ທັງ​ໃນ​ຂົງ​ເຂດ​ເສ​ດຖະກິດ ​ແລະ ວັດທະນະທຳ-ສັງຄົມ. ​ໃນຂະນະ​ດຽວ​ກັນນັ້ນ ພະນະທ່ານ ກົວ​ເຊິ​ງຄຸນ ຍັງ​ໄດ້​ສະ​ແດງຄວາມ​ຂອບ​ອົບ​ ຂອບ​ໃຈ​ຢ່າງ​ສູງ​ຕໍ່​ພະນະ​ທ່ານ​ປະທານ​ປະ​ເທດ​ເຮົາ​ທີ່​ໃຫ້​ກຽດ​ຕ້ອນຮັບ ພ້ອມ​ທັງ​ໄດ້​ສະ​ເໜີ​ຈຸດປະສົງ​ຂອງ​ການ​ມາ​ຢ້ຽມຢາມ ສປປ ລາວ​ນຳ​ອີກ ​ເຊິ່ງ​ເຫັນ​ວ່າ ​ໄດ້​ຮັບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ ​ໂດຍ​ມີ​ການ​ລົງ​ນາມ​ບົດ​ບັນທຶກ​ການ​ຮ່ວມ​ມື​ລະຫວ່າງ​ແຂວງ​ກວາງຊີ ​ແລະ ສປປ ລາວ.

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la