ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ທ່ານຮອງນາຍົກ ປະດັບຫຼຽນມິດຕະພາບໃຫ້ ທ່ານ ກົວເຊິງຄຸນ
ໃນວັນທີ 13 ກໍລະກົດ 2009, ທີ່ກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນ ໄດ້ມີພິທີປະດັບຫຼຽນກາມິດຕະພາບໃຫ້ທ່ານ ກົວເຊິງຄຸນ, ຫົວໜ້າ ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ່ວງກວາງຊີ ສປ ຈີນ, ເລຂາຄະນະພັກ ປະທານຄະນະປະຈຳສະພາເຂດປົກຄອງຕົນເອງເຜົ່າຈ່ວງກວາງຊີ, ໂດຍ ການໃຫ້ກຽດປະດັບຂອງ ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນະຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ.
ໃນໂອກາດນີ້ ທ່ານ ກົວເຊິງຄຸນໄດ້ກ່າວຂອບໃຈຕໍ່ພັກ-ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ປະດັບຫຽນກາມິດຕະພາບໃຫ້ທ່ານໃນຄັ້ງນີ້ ກໍ່ຄືເປັນການ ມອບໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຂວງກວາງຊີ,ຊຶ່ງເປັນສັນຍາລັກແຫ່ງມິດຕະພາບ ແລະ ຂີດໝາຍອັນໃໝ່ໃນການຮ່ວມມືລະຫວ່າງສອງຝ່າຍ ສປ ຈີນ - ສປປ ລາວ. ໃນພິທີດັ່ງກ່າວທາງຄະນະຜູ້ແທນຍັງໄດ້ມອບລົດຕູ້ ຈຳນວນ 08 ຄັນ ລວມມູນຄ່າ 1.000.000 ຢວນ(ສະກຸນເງິນຈີນ) ຫຼື ເທົ່າ ກັບ 1.230.000.000 ກີບ ເປັນຂອງຂວັນໃຫ້ແກ່ພັກ ແລະ ລັດຖະບານລາວ ໂດຍຜູ້ມອບແມ່ນທ່ານ ກົວເຊິງຄຸນ ແລະ ຜູ້ຮັບແມ່ນທ່ານ ຄຳເຜີຍ ປານມະໄລທອງ ກຳມະການສູນກາງພັກ.
ນອກນັ້ນສອງຝ່າຍຍັງໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືໃນຕໍ່ໜ້າ ລະ ຫວ່າງ ສປປ ລາວ ແລະ ເຂດປົກຄອງຕົນເອງ ເຜົ່າຈ່ວງກວາງຊີ ສປ ຈີນ, ຊຶ່ງຕາງໜ້າໃຫ້ແກ່ລັດຖະບານ ສປປ ລາວ ແມ່ນ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າກົມພົວພັນພັກ ຄະນະພົວພັນຕ່າງ ປະເທດ ສູນກາງພັກ ແລະ ຝ່າຍກວາງຊີ ແມ່ນທ່ານນາງ ຟານສຽງຫຼີ ຫົວໜ້າຫ້ອງການພົວພັນຕ່າງປະເທດ ເຂດປົກຄອງຕົນເອງເຜົ່າຈ່ວງກວາງຊີ ສປ ຈີນ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la