ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ທ່ານ​ນາຍົກ​ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຈີນ ​ແຂວງ​ກວາງຊີ

​    ໃນ​ວັນ​ທີ 13 ກໍລະກົດ 2009, ພະນະ​ທ່ານ ບົວ​ສອນ ບຸ​ບຜາ​ວັນ ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ, ໄດ້​ ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງຄະນະຜູ້​ແທນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ່ວງກວາງຊີ ສປ ຈີນ, ​​​ນຳໂດຍທ່ານ ກົວ​ເຊິ​ງຄຸນ ເລຂາ​ຄະນະ​ພັກ ປະ ທານ​ຄະນະ​ປະຈຳ​ສະພາເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ່ວງກວາງຊີ ​ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນ​ໄດ້​ເດີນທາງ​ມາ​ຢ້ຽມ ຢາມ​ເຮັດ​ວຽກ​ຢູ່ ສປປ ລາວ ​ໃນ​ລະຫວ່າງ​ ວັນທີ່ 12-14 ກໍລະກົດ 2009.

​    ໃນ​ໂອກາດ​ຕ້ອນຮັບ​ຄັ້ງ​ນີ້, ພະນະ​ທ່ານ​ບົວ​ສອນ ບຸບຜາ​ວັນ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຍິນ​ດີ​ຕ້ອນຮັບ ຊຶ່ງ​ການ​ມາ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຄະນະ​ຜູ້​ ແທນ ​ແມ່ນ​ຢູ່​ໃນ​ບັນຍາກາດ​ທີ່ທົ່ວ​ພັກ, ທົ່​ວກອງທັບ ​ແລະ ທົ່ວ​ປວງ​ຊົນ​ລາວ​ ພວມ​ມີ​ການຈັດ​ຕັ້ງ​ການສະ​ເຫລີ​ມສະຫລອງ​​ວັນ​ຄ້າຍ​ວັນ​ເກີດ​ຂອງທ່ານປະທານ ສຸພາ​ນຸວົງ ຄົບຮອບ 100 ປີ ​ແລະ ການ​ກະກຽມ​ມະຫາກຳ​ກິລາ​ຊີ​ເກ​ມ ຄັ້ງ​ທີ່ 25 ທີ່ ສປປ ລາວ ຈະ​ເປັນ​ເຈົ້າພາບ. ນອກ​ນີ້ ທ່ານນາຍົກລັດຖະມົນຕີ ຍັງ​ ໄດ້ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ມາ​ຢ້ຽມຢາມ​ຄັ້ງ​ນີ້ຂອງຄະນະ ຈະ​ເປັນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະ​ຫວ່າງ​ ສປ ຈີນ ​ແລະ ສປປ ລາວ ກໍ​ຄື ສປປ ລາວ ກັບ ​ແຂວງ ກວາງ​ຊີ ​ໃຫ້​ນັບ​ມື້​ນັບຈະ​ເລີ​ນງອກ​ງາມ​ຍິ່ງ​ໆຂຶ້ນ​ໄປ.

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la