ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ພະນະທ່ານປະທານປະເທດຕ້ອນຮັບທູດປະເທດເພື່ອນມິດເຂົ້າຍື່ນສານຕາຕັ້ງ 

​      ໃນວັນທີ 15 ກໍລະກົດ 2009 ນີ້, ທີ່ຫ້ອງຮັບແຂກຫໍຄຳ, ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ ຕ້ອນຮັບທູດບັນດາປະເທດເພື່ອນມິດເຂົ້າຍື່ນສານຕາຕັ້ງດຳລົຕຳແຫນ່ງເປັນເອກອັກຄະລັດຖະທູດປະຈຳ ສປປ ລາວ ຕາມລຳດັບ.

ພະນະທ່ານປະທານປະເທດ​ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດຕ້ອນຮັບ ທ່ານ ໄຊໂກ ບອດສຍົກ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ໂຄຼເອເຊຍ ປະຈຳ  ສປປ ລາວ, ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ກົວລາລຳເປີ ປະເທດ ມາເລເຊຍ; ຕ້ອນຮັບທ່ານ ມາຣີໂອດ ໄອໂຣນີມີເດັດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາເຕັມ ແຫ່ງ  ສາທາລະນະລັດ ໄຊປຣັດ ຄົນໃຫມ່ປະຈຳ ສປປ ລາວ, ຊຶ່ງມີສຳນັກງານຕັ້ງຢູ່ ປັກກິ່ງ ສປ ຈີນ; ຕ້ອນຮັບ ທ່ານ ເມຈິດ ບິດສ ມາກ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດອີຣ່ານ ປະຈຳ ສປປ ລາວ, ມີສຳນັກງານຕັ້ງຢູ່ບາງກອກ ປະເທດໄທ ຕາມ​ລຳດັບ.

      ໃນໂອກາດນີ້, ພະນະທ່ານ ປະເທດປະເທດກໍ່ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານທູດບັນດາປະເທດເພື່ອນມິດທີ່ມາ ດຳລົງຕຳແຫນ່ງ ເປັນເອກອັກຄະລັດຖະທູດປະຈຳ ສປປ ລາວ, ເຊິ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຊ່ວຍເຫລືອລະຫວ່າງ ສປປ ລາວ-ໂຄຼເອເຊຍ, ສປປ ລາວ-ໄຊປຣັດ ແລະ ສປປ ລາວ-ອີຣ່ານ ທີ່ມີມາແລ້ວນັ້ນໃຫ້ງອກງາມຍິ່ງ​ຂຶ້ນ​ໄປ.

      ໃນຕອນບ່າຍຂອງວັນດຽວກັນ, ທ່ານ ເມຈິດ ບິດສ ມາກ ເອກອັກຄະລັດຖະທູດ ປະເທດອີຣ່ານ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ບົວສອນ ບຸບຜາ ວັນ, ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງ ປະເທດ ​ແລະ ນອກ​ນີ້ ທ່ານ ໄຊໂກ ບອດສຍົກ, ເອກອັກຄະລັດຖະທູດສາທາລະນະລັດ ໂຄຼເອເຊຍ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ດຣ.ທອງລຸນ ສີສຸລິດ ເຊັ່ນດຽວກັນ.

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la