ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ຜູ້ນຳລາວ ສົ່ງ​ສານອວຍພອນວັນຊາດຝຣັ່ງ

      ບັນດາ​ທ່ານ​ຜູ້ນຳແຫ່ງ ສປປ ລາວ ຊຶ່ງລວມ​ມີ ພະນະ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ, ປະທານ​ປະເທດ; ພະນະ​ທ່ານ ບົວ​ສອນ ບຸບຜາ​ວັນ, ນາຍົກລັດຖະມົນຕີ ແລະ ພະນະ​ທ່ານ ດຣ.ທອງລຸນ ສີສຸລິດ; ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ສົ່ງ​ສານສະແດງ ຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດເຖິງຜູ້ນຳ​ຄູ່ຮ່ວຕຳແໜ່ງແຫ່ງ ສາທາລະນະລັດ ຝຣັ່ງ,  ພະນະ​ທ່ານ ນີໂກລາ ຊາກໂກຊີ, ປະທານາທິບໍດີ; ພະນະ​ທ່ານ ຟຣັ້ງຊົວ ຟີຢົງ, ນາຍົກລັດຖະມົນຕີ; ພະນະທ່ານ ແບັກນາກ ກູສະແນ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ຝຣັ່ງ ​ເນື່ອງໃນໂອກາດວັນຊາດຝຣັ່ງ ​ໃນ​ວັນ​ທີ 14 ກໍລະກົດ 2009 ນີ້

​ຊຶ່ງ​ສານ​ດັ່ງກ່າວມີເນື້ອ​​ໃນວ່າ: “ພວກຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ເຫັນວ່າ ໃນຊຸມປີຜ່ານມາສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີງາມລະຫວ່າງ ສປປ ລາວ ແລະ ຝຣັ່ງ ໄດ້ສະແດງອອກໃຫ້ເຫັນເຖິງເຈດຕະນາທີ່ຈະເສີມຂະຫຍາຍການຮ່ວມມືນຳກັນໃຫ້ໜັກແໜ້ນ ແລະ ເຊື່ອໝັ້ນວ່າດ້ວຍຄວາມພະຍາຍາມ ຮ່ວມກັນຂອງສອງປະເທດ ການພົວພັນດັ່ງກ່າວຈະສືບຕໍ່ເພີ່ມທະວີ ແລະ ຮັດແໜ້ນຢ່າງບໍ່ຢຸດຢັ້ງ, ທັງໃນຂອບສອງຝ່າຍ ກໍ່ຄືຂອບການຮ່ວມມືຂອງບັນດາ ປະເທດທີ່ໃຊ້ພາສາຝຣັ່ງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ເພື່ອການຮ່ວມມືສາກົນ, ການພັດທະນາ ແລະ ເພື່ອສັນຕິພາບໂລກ. 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la