ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພາສາລາວHomeThe MinistyForeign PolicySpeechesAgreementsDiplomatic RelationsConsular AffairsNews

ປະທານ​ປະ​ເທດ​ແຫ່ງ ສປປ ລາວ ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຈີນ

ໃນ​ວັນ​ທີ 15 ມິຖຸນາ 2009, ທີ່​ຫ້ອງ​ຮັບ​ແຂກ​ຂອງ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່​ຄະນະ​ ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ຕ້ອນຮັບ​ສະຫາຍ ຫລີ​ເຢັນ​ຊາວ, ກຳມະການ ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກກອມ​ມູນິດ​ຈີນ ພ້ອມ​ຄະນະ​ເຂົ້າ​ຢ້ຽມ​ຂ່ຳນັບ.

ໃນ​ໂອກາດ​ນີ້​ສະຫາຍ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປປລາວ ​ໄດ້​ສະ​ແດງ​ຄວາມ​ຕ້ອນຮັບ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ ​ຕໍ່​ການ​ມາ​ຢ້ຽມຢາມ ສປປ ລາວ ​ໃນ​ຄັ້ງ​ນີ້​ຂອງ ສະຫາຍ ຫລີ​ເຢັນ​ຊາວ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສຳ​ຄັນ​ຕໍ່​ການ​ເສີມ​ຂະຫຍາຍ ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວ​ມມື​ຊ່ວຍ​ເຫລືອ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດລາວ-ຈີນ, ​ໂດຍ​ສະ​ເພາະ​ ແມ່ນ​ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ລະຫວ່າງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ປປ ລາວ ​ແລະ ຈີນ​ໃຫ້​ງອກ​ງາມ​ຂຶ້ນ​ເລື້ອຍໆ.

 

 

 

 

 

 

 

 

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la