ສະຫາຍ ບົວສອນ ບຸບຜາວັນ ວາງພວງມະລາ
ໄວ້ອາໄລເຖິງ ດວງວິນຍານ ສະຫາຍຫວໍວັນກຽດ
ວັນທີ
16
ມິຖຸນາ
2008,
ທີ່ສະຖານທູດ
ສສ ຫວຽດນາມ ປະຈຳ ສປປ
ລາວ,
ສະຫາຍ ບົວສອນ ບຸບຜາວັນ,
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະລັດຖະບານ
ເຂົ້າວາງພວງມາລາໄວ້ ອາໄລ
ສະແດງຄວາມເສົ້າສະຫລົດໃຈຕໍ່ການຈາກໄປຂອງ ສະຫາຍ ຫວໍວັນກຽດ,
ອະດີດກຳມະການກົມການເມືອງ,
ຄະນະບໍລິຫານງານສູນກາງພັກກອມມູນິດ
ຫວຽດນາມ,
ອະດີດນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ,
ອະດີດທີ່ປຶກສາຄະນະບໍລິຫານ
ງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ຫວໍວັນກຽດ ເປັນຜູ້ນຳທີ່ມີຄວາມສາມາດ
ຊຶ່ງໄດ້ປະກອບສ່ວນນຳພາປະເທດຫວຽດນາມ
ຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ
ໃນໄລຍະປ່ຽນແປງໃໝ່ກໍ່ຄືການເສີມຂະຫຍາຍສາຍພົວພັນ
ມິດຕະພາບຄວາມສາມັກຄີພິເສດ
ແລະ ການຮ່ວມມືຮອບດ້ານລະຫວ່າງລາວ
ແລະ
ຫວຽດນາມ.
ການຈາກໄປຂອງ
ສະຫາຍ ຫວໍວັນກຽດ
ບໍ່ພຽງແຕ່ເປັນການສູນເສຍຜູ້ນຳທີ່ເຄົາລົບຮັກຂອງ
ປະຊາຊົນຫວຽດນາມ
ແຕ່ຍັງເປັນການສູນເສຍເພື່ອນມິດສະຫາຍທີ່ໃກ້ຊິດຂອງປະຊາຊົນລາວອີກ
ດ້ວຍ. ພັກ,
ລັດຖະບານ ແລະ ປະຊາຊົນລາວ ຂໍແບ່ງຄວາມທຸກໂສກ ແລະ
ຄວາມເຫັນອົກເຫັນ
ໃຈມາຍັງພັກລັດຖະບານ ແລະ ປະຊາຊົນຫວຽດນາມ ໂດຍສະເພາະຕໍ່ຄອບຄົວ,
ຍາດຕິພີ່ນ້ອງ ແລະ ເພື່ອມິດຂອງສະຫາຍ ຫວໍວັນກຽດ
ມານະໂອກາດນີ້ດ້ວຍ.