ນາຍົກລັດຖະມົນຕີ ຢ້ຽມຢາມ ສ. ເກົາຫລີ ຢ່າງເປັນທາງການ
ຕອບສະໜອງຕາມຄຳເຊີນ ຂອງພະນະທ່ານ
Han
Seung Soo,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ,
ພະນະທ່ານ ບົວສອນ
ບຸບຜາວັນ,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ
ລາວ
ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ສາທາລະນະລັດ ເກົາຫລີ
ຢ່າງເປັນທາງການ ແຕ່ວັນທີ
18-21
ມິຖຸນາ
2008.
ພິທີສົ່ງ
ພະນະທ່ານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຈັດຂຶ້ນໃນຕອນແລງວັນທີ
16
ມິຖຸນາ
2008
ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ,
ໂດຍມີບັນດາທ່ານໃນຄະນະລັດຖະບານ,
ບັນດາພະນັກງານຂັ້ນສູງຂອງກະຊວງ,
ຂະແໜງການທີ່ກ່ຽວຂ້ອງ ແລະ ອຸປະທູດຊົ່ວຄາວ ຂອງສະຖານທູດ
ສ. ເກົາຫລີ
ປະຈຳລາວ ເຂົ້າຮ່ວມໃນພິທີດັ່ງກ່າວ.