ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສະຫະພັນຣັດເຊຍ
ໃນວັນທີ 16 ມິຖຸນາ 2009, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ນຳໂດຍ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ປະທານຄະນະກຳມະທິການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ສະຫະພັນຣັດເຊຍ ໄດ້ເດີນທາງຢ້ຽມຢາມສະຫະພັນຣັດເຊຍຢ່າງເປັນ ທາງການ ເພື່ອເຂົ້າຮ່ວມກອງປະຊຸມຄະນະກຳມະທິການຄັ້ງທີ VII ທີ່ຈະຈັດຂຶ້ນໃນວັນທີ 18-19 ມິຖຸນາ 2009, ທີ່ນະຄອນຫລວງ ມົດສະກູ, ຊຶ່ງອອກສົ່ງຄະນະດັ່ງກ່າວມີບັນດາການນຳຂອງກະຊວງການຕ່າງປະເທດ ແລະ ທ່ານ ປລົດນິກົບວາລາດີເມຍ ຢູເຣວີ, ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນຣັດເຊຍ ປະຈຳລາວ.
ໃນໄລຍະການຢ້ຽມຢາມ ສະຫະພັນຣັດເຊຍ, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ນອກຈາກຈະໄດ້ເຂົ້າຮ່ວມກອງປະຊຸມຄະນະກຳ ມາທິການຮ່ວມມືສອງຝ່າຍ ລາວ-ຣັດເຊຍ ຄັ້ງທີ VII ແລ້ວ, ຍັງຈະໄດ້ພົບປະກັບຄູ່ຮ່ວມຕຳແໜ່ງ, ເຂົ້າຢ້ຽມຢາມການນຳຂອງຣັດເຊຍ ແລະ ຢ້ຽມຢາມສະຖານທີ່ສຳຄັນທາງປະຫວັດສາດ ແລະ ວັດທະນະທດຳຈຳນວນໜຶ່ງ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la