ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ພະນະທ່ານ ດຣ.ທອງລຸນ ສີສຸລິດ ເດີນທາງໄປຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 42

     ໃນ​ວັນ​ທີ 16 ກໍລະກົດ 2009, ຄະນະຜູ້ແທນຂັ້ນ​ສູງ​ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນຳໂດຍພະນະທ່ານດຣ.ທອງລຸນ ສີສຸລິດຮອງ  ນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ອອກເດີນທາງໄປຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ (AMM)ປະຈຳປີທີ່ ພູ​ເກັດ ຣາຊະ​ອານາຈັກ​ໄທ ​ເຊິ່ງຈະ​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 16 ຫາ 23 ກໍລະກົດ 2009 ນີ້.

     ໃນໂອກາດດຽວກັນນອກຈາກ​ຈະ​ເປັນ​ການ​ເປີດ ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນປະຈຳປີ​ແລ້ວ, ກໍຍັງຈະມີກອງປະຊຸມລະດັບລັດຖະມົນຕີ ຕ່າງປະເທດ ທີ່ກ່ຽວຂ້ອງ ​ເຊັ່ນກອງປະຊຸມຄັ້ງທີ 2 ຂອງສະພາປະຊາຄົມການເມືອງ ແລະ ຄວາມໝັ້ນຄົງອາຊຽນ(APSC; ກອງປະຊຸມຄັ້ງທີ 4 ຂອສະພາ ປະສານງານອາຊຽນ (ACC); ກອງປະຊຸມຂອງຄະນະກຳມາທິການຂອງສົນທິສັນຍາ ວ່າດ້ວຍການສ້າງອາຊີຕາເວັນອອກສຽງໃຕ້ ເປັນເຂດປອດອາວຸດນິວເຄຼຍ (SEANWFZ Commission); ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ+3 (ASEAN+3ຄັ້ງທີ 10; ກອງປະຊຸມປຶກສາຫາລືບໍ່ເປັນທາງການ ຂອງບັນດາ ລັດຖະມົນຕີຕ່າງປະເທດອາຊີຕາເວັນອອກ (EAS); ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບແຕ່ລະຄູ່ເຈລະຈາ (PMC) ຄື: ສປ ຈີນຍີ່ປຸ່ນ; ສ.ເກົາຫຼີອິນເດຍອົດສະຕຣາລີນິວຊີແລນອີຢູຣັດເຊຍການາດາ ​ແລະ ສະຫະລັດອາເມລິກາ.

ນອກນັ້ນພະນະທ່ານ ດຣ.ທອງລຸນ ສີສຸລິດຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງການຕ່າງປະເທດ ຈະໄດ້ເຂົ້າຮ່ວມກອງປະຊຸມເວທີພາກພື້ນ ອາຊຽນ (ARF) ຄັ້ງທີ 16, ​ເຊິ່ງ​ເປັນກອງປະຊຸມພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບຄະນະສະເພາະກິດລະດັບສູງ ເພື່ອຮ່າງພາລະບົດບາດຂອງ ອົງກອນສິດ ທິມະນຸດອາຊຽນກັບຄະນະຊ່ຽວຊານກົດໝາຍລະດັບສູງຂອງອາຊຽນ ເພື່ອຈັດຕັ້ງປະຕິບັດກົດບັດອາຊຽນ ລວມທັງໝົດ 19 ກອງປະຊຸມ.ພ້ອມ​ກັນ​ນີ້ ທ່ານ ດຣ.ທອງລຸນສີສຸລິດ ຍັງຈະເຂົ້າຮ່ວມພົບປະຄັ້ງທຳອິດຂອງບັນດາປະເທດສະມາຊິກຂອງ ຄະນະກຳມາທິການແມ່ນ້ຳຂອງ ກັບ ສະຫະລັດອາເມລິກາ ​ແລະ ຈະມີ​ການພົບປະສອງ ຝ່າກັບລັດ ຖະມົນຕີຕ່າງປະເທດຈຳນວນໜຶ່ງ.

ບັນດາ​ກອງ​ປະຊຸມ​ທີ່​ກ່າວ​ມາ​ຂ້າງ​ເທິງ ​ແມ່ນ​ໄດ້​ຈັດ​ຂຶ້ນ​ທ່າມກາງ​ສະພາບ​ແວດລ້ອມຂອງ​ພາກ​ພື້ນ ​ແລະ ຂອງ​ໂລກທີ່​ມີ​ຄວາມ​ຫຍຸ້ງຍາກ​ສັບສົນ ​ແລະມີການ​​ຜັນ​ແປ​ຢ່າງ​  ໄວວາ,ອັນ​ໄດ້​ສ້າງ​ທັງກາລະໂອກາດ ແລະ ສິ່ງທ້າທາຍ​ໃໝ່ຕໍ່ການຮ່ວມມືພາຍໃນອາຊຽນ ແລະ ລະຫວ່າງອາຊຽນກັບພາຍນອກ. ດັ່ງນັ້ນບັນດາກອງປະຊຸມ ຄັ້ງນີ້​ ເຫລົ່າ​ນີ້ ຈຶ່ງມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງຕໍ່ອາຊຽນຕໍ່ບັນດາປະ​ເທດຄູ່ເຈລະຈາ ກໍຄືປະເທດຜູ້ເຂົ້າຮ່ວມ ARS, ເພາະເປັນໂອກາດອັນດີເພື່ອທົບທວນ ແລະປຶກສາຫາລືທິດທາງການຮ່ວມມືກັນໃນອະນາຄົດທັງນີ້ເພື່ອໃຫ້ສອດຄ່ອງກັບສະພາບພາກພື້ນ ແລະ ສາກົນໃນປັດຈຸບັນ.ໃນບັນດາກອງປະຊຸມພາຍໃນອາຊຽນ ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຈະໄດ້ພ້ອມກັນທົບທວນຄືນຄວາມຄືບໜ້າໃນການສ້າງປະຊາຄົມອາຊຽນ ການຈັດຕັ້ງປະຕິບັດກົດບັດອາຊຽນ ກໍຄືຂໍ້ຕົກລົງຕ່າງໆ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 14 ຜ່ານມາພ້ອມດຽວກັນນີ້,ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງຈະໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດ ກ່ຽວກັບ ຄຳເຫັນກັນສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.ໃນບັນດາກອງປະຊຸມກັບຄູ່ເຈລະຈາກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ+3;

 ກອງປະຊຸມປຶກສາຫາລືບໍ່ເປັນທາງການຂອງບັນດາລັດຖະມົນຕີຕ່າງປະເທດ EAS ແລະ ກອງປະຊຸມເວທີພາກພື້ນອາຊຽນ(ARF) ບັນດາລັດຖະມົນຕີຕ່າງປະເທດ ອາຊຽນ ຄູ່ເຈລະຈາ ແລະ ປະເທດຜູ້ເຂົ້າຮ່ວມ ARF ຈະໄດ້ພ້ອມກັນທົບທວນການຮ່ວມມືຂອງຕົນໃນໄລຍະ 1 ປີຜ່ານມາ ແລະວາງທິດທາງ ການຮ່ວມ ມືໃນ ຕໍ່ໜ້າພ້ອມກັນນັ້ນ ກໍຈະໄດ້ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນນຳກັນກ່ຽວກັບສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ໃນໂລກທີ່ມີຄວາມສົນໃຈຮ່ວມກັນ.
ສຳລັບ ສປປ ລາວ ການເຂົ້າຮ່ວມບັນດາກອງປະຊຸມຄັ້ງນີ້ ນອກຈາກເປັນໂອກາດອັນດີ ເພື່ອສືບຕໍ່ສະເໜີເຜີຍແຜ່ນະໂຍບາຍການຕ່າງປະເທດແຫ່ງ ສັນຕິພາບ ເອກະລາດ ມິດຕະພາບ ແລະການຮ່ວມມື ຂອງຕົນ ແລະ ເພື່ອຂົນຂວາຍຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອຈາກເພື່ອນສະມາຊິກຂອງອາຊຽນ ແລະ ຈາກບັນດາຄູ່ເຈລະຈາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍເພື່ອມາປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງພວກເຮົາແລ້ວນີ້ຍັງເປັນ ໂອກາດອັນດີສຳລັບ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືພາຍໃນອາຊຽນ ແລະ ການຮ່ວມມືລະຫວ່າງອາຊຽນກັບບັນດາຄູ່ເຈລະຈາ ແລະ  ບັນດາປະເທດເຂົ້າຮ່ວມ ARF, ເຊິ່ງຈະເປັນການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບສະຖຽນລະພາບຄວາມໝັ້ນຄົງ ກໍຄືການເພີ່ມທະວີການຮ່ວມມືເພື່ອ ການພັດທະນາໃນພາກພື້ນ ແລະ ໃນໂລກ ໂດຍລວມອີກດ້ວຍ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la