ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ທ່ານປະທານປະເທດ ​ແຫ່ງ ສປປ ລາວ ຕີລາຄາສູງການ​ຮ່ວມມື​ຂອງ
ສູນ​ກາງສະຫະ​ພັນ​ແມ່ຍິງ ລາວ-ຫວຽ​ດນາມ​

ໃນວັນທີ 16 ກໍລະກົດ 2009, ຢູ່​ທີ່​ສຳນັກງານ​ປະທານ​ປະ​ເທດ, ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ​ຄະນະ​ຜູ້​ແທນສະຫະ​ພັນ​ແມ່ຍິງ ສສ.ຫວຽດນາມ ຊຶ່ງ​ນຳ​ໂດຍ ທ່ານ ນາງ ຫວຽນ ທິ​ແທງ ຮົວ, ປະທານ​ສະຫະພັນ ແມ່ຍິງ ຫວຽດນາມ ໃນ​ໂອກາດທີ່ຄະນະຜູ້ແທນ ດັ່ງກ່າວເດີນ​ທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ແຕ່​ວັນ​ທີ 13-17 ກໍລະກົດ 2009.

​ໃນ​ໂອກາດ​ດັ່ງກ່າວ, ທ່ານ ​ນາງ ຫວຽນ ທິ​ແທງ ຮົວ ​ໄດ້​ລາຍ​ງານ​ຈຸດປະສົງຂອງການຢ້ຽມຢາມລາວໃນຄັ້ງນີ້ ແລະ ລາຍງານກ່ຽວກັບ ການ​ພົວພັນ​ ຮ່ວມ​ມື ລະຫວ່າງສູນ​ກາງ​ສະພັນ​ແມ່ຍິງ​ລາວ ກັບ ​ສູນ​ກາງສະ​ຫະພັນ​ແມ່ຍິງຫວຽດ​ນາມ ໃນ​ໄລຍະ​ຜ່ານ​ມາ, ຊຶ່ງ​ເຫັນ​ວ່າ​ມີ​ຜົນສຳ​ເລັດຫລາຍ​ດ້ານ ​ເປັນຕົ້ນ​​ແມ່ນ ການ​ແລກປ່ຽນ​ບົດຮຽນດ້ານ​ວຽກ​ງານສົ່ງ​ເສີມ ​ແລະ ພັດທະນາ​ແມ່ຍິງ, ວຽກງານ​ສ້າງຕັ້ງກອງ​ທຶນ​ຂະໜາດ​ນ້ອຍສຳ​ຫລັບ​ແມ່ຍິງ, ການ​ກໍ່ສ້າງຖັນ​ແຖວ ​ພະນັກງານ​ ເພດ​ຍິງ ​ແລະ ວຽກ​ງານ​ອື່ນໆ ເພື່ອ​ຊຸກຍູ້​ສົ່ງເສີມຖານະ​ບົດບາດ​ຂອງ​ແມ່ຍິງໃຫ້​ສູງ​ຂຶ້ນໃນ​ສັງຄົມ.

ພະນະທ່ານ​ປະທານ​ປະ​ເທດ ຈູມ​ມາລີ ໄຊ​ຍະ​ສອນ ​ກໍໄດ້ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ​ແລະ ​ໄດ້ຕີລາຄາສູງຕໍ່​ຜົນສຳ​ເລັດການພົວພັນ ​ຮ່ວມ​ມື ຂອງອົງການ​ ຈັດຕັ້ງສະຫະພັນ​ແມ່ຍິງ​ທັງ​ສອງ​ປະ​ເທດ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ການອຸ້ມຊູ​ຊ່ວຍ​ເຫລືອຂອງ ສສ.ຫວຽດນາມ ທີ່​ມີ​ຕໍ່ ສປປ ລາວ, ໂດຍ​ສະ​ເພາະ ​ແມ່ນການ​ຊ່ວຍ​ກໍ່ສ້າງ​ພະນັກງານ​ເພດຍິງ​ຮຸ້ນ​ສືບ​ທອດ ​ໃຫ້ເຕັມ​ໄປ​ດ້ວຍ​ຄວາມ​ຮູ້ຄວາມ​ສາມາດ, ອັນ​ເປັນ​ການປະກ​ອບ ສ່ວນທີ່​ສຳຄັນ​ ເຂົ້າໃນ​ການ​ສ້າງສາ​ ພັດທະນາປະ​ເທດ​ຊາດ. ໃນໄລຍະດຳເນີນການຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ຫະ​ພັນ​ແມ່​ຍິງ ສ​ສ.ຫວຽດ​ນາມ ຍັງໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ພົບປະກັບການນຳຂັ້ນສູງຂອງພາກສ່ວນ​ກ່ຽວຂ້ອງ​ອື່ນ​ອີກດ້ວຍ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la