ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ສານອວຍພອນ ສົມເດັດ ຊຸນຕານ ແຫ່ງບຣູໄນ 

   ຫວ່າງບໍ່ດົນມານີ້, ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແລະ ພະນະ ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູ ຊາລາມ ທີ່ບັນດາສີຣີ ເບກາວັນ, ​ເຊິ່ງ​ເນື້ອ​ງໃນ​ຂອງສານມີ​ດັ່ງ​ນີ້: “ໃນນາມລັດຖະບານ ແລະ ປະຊາຊົນແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄຳອວຍພອນໄຊອັນປະເສີດມາຍັງສົມເດັດ ເນື່ອງໃນໂອກາດສະເຫລີມສະຫລອງວັນພະຣາຊະສົມພົບອັນສະຫງ່າລາສີ ຄົບຮອບ 83 ປີຂອງພະອົງ.

  ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາລະຫວ່າງສອງປະເທດພວກເຮົາ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ. ພວກຂ້າພະເຈົ້າ ຂໍສະ ແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສົມເດັດທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ເພື່ອກະກຽມຈັດງານມະຫາກຳກິລາຊີເກມ ຄັ້ງທີ 25 ທີ່ ສປປ ລາວ​ ​ແລະ ພວກຂ້າພະເຈົ້າມີຄວາມເຊື່ອຫມັ້ນວ່າສາຍພົວພັນ, ການຮ່ວມມືທີ່ດີດັ່ງກ່າວຈະສືບຕໍ່ຮັດແຫນ້ນ ແລະ ກ້າວຂຶ້ນສູ່ລະດັບໃຫມ່ຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ບຣູໄນ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.ຂໍອວຍພອນໄຊໃຫ້ ສົມເດັດ ຈົ່ງຊົງມີພະກະເສມສຳລານ ແລະ ນຳພາປະຊາຊົນບຣູໄນສືບຕໍ່ກ້າວໄປສູ່ຄວາມວັດທະນາຖາວອນຍິ່ງຂຶ້ນໄປ.”

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la