ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 

 ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ສປປ ລາວ ແລະ ກູເວດ ສ້າງຕັ້ງສາຍພົວພັນການທູດ


ຕອນເຊົ້າຂອງວັນທີ 14
ກໍລະກົດ 2008, ຢູ່ທີ່ສະຖານ ເອກອັກ ຄະລັດຖະທູດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກໄທ ທີ່ບາງກອກ,

 ໄດ້ມີພິທີລົງນາມໃນການສ້າງຕັ້ງສາຍພົວພັນການທູດນຳກັນລະຫວ່າງ ສາທາລະນະລັດ  ປະຊາ ທິປະໄຕ ປະຊາຊົນລາວ ກັບ ກູເວດ.

     ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ລົງນາມໃນເອກະສານດັ່ງກ່າວແມ່ນ ທ່ານ ອ້ວນ ພົມມະຈັກ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະ ອານາຈັກໄທ ແລະ ຕາງໜ້າໃຫ້ລັດຖະບານກູເວດ ແມ່ນ ທ່ານ Mohammed Salem AIAjmi, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ກູເວດ ປະຈຳຣາຊະອານາ ຈັກໄທ.

   ລັດຖະບານ ສປປ ລາວ ແລະ ກູເວດ ເຊື່ອໝັ້ນວ່າການລົງນາມໃນແຈ້ງການຮ່ວມ ເພື່ອສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດໃນຄັ້ງນີ້ ຈະເປັນການປະກອບສ່ວນເຂົ້າ ໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ກູເວດ ໃຫ້ຂະຫຍາຍຕົວຂຶ້ນໄປເລື້ອຍໆ ເພື່ອນຳເອົາຜົນປະໂຫຍດ ມາສູ່ປະຊາຊົນທັງສອງປະເທດ ແລະ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນຂົງເຂດ ແລະ ໃນໂລກອີກດ້ວຍ.

_______________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la