ສະເຫຼີມສະຫລອງວັນປະສູດຂອງສົມເດັດຊູນຕານ
ແຫ່ງ
ບຣູໄນ
ໃນຕອນຄ່ຳວັນທີ
16
ກໍລະກົດ
2008
ນີ້,
ທ່ານໂຈຫານ ຕານີ
ອັບດຸນລາ (H.
E. (JOhan thani Abdullah),
ເອກອັກຄະລາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ບຣູໄນດາລູຊາລາມ
ປະຈຳ ສປປລາວ
ພ້ອມດ້ວຍພັນລະຍາໄດ້ຈັດງານສະເຫຼີມສະຫຼອງວັນປະສູດ ຄົບຮອບ
62
ປີ ຂອງສົມເດັດ ຊູນຕານ
ຢັງ ດີເປີຕວນ,
ເຈົ້າຊີວິດ ແຫ່ງ ບຣູໄນດາລູຊາລຳ (
15
ກໍລະກົດ
1946- 15
ກໍລະກົດ
2008 ),
ຢູ່ທີ່ໂຮງແຮມ ດອນຈັນພາເລດ.
ໂດຍການເຂົ້າຮ່ວມຂອງທ່ານ ດຣ. ທອງລຸນ ສີສຸລິດ,
ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າ
ການກະຊວງການຕ່າງປະເທດ,
ບັນດາລັດຖະມົນຕີວ່າການ
ແລະ
ຊວ່ຍວ່າການ,
ບັນດາທູດ
ຕານຸທູດ
ແລະ
ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ
ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ
ເຂົ້າຮ່ວມຢ່າງຫລວງຫຼາຍ