ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 

 ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

 ສປປ ລາວ ​ເປັນ​ຫ່ວງ​ໃນ​ສະຖານະ​ການ​ໃນ​ໂອ​ເຊ​ເຈຍ​ໃຕ້

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປປ ລາວ ໄດ້​ໃຫ້​ຄຳ​ເຫັນ​ຕໍ່​ຄວາມ​ສົນ​ໃຈ​ຂອງ​ສື່ມວນ​ຊົນ​ລາວ​ກ່ຽວ​ກັບ ​ການ​ປະ​ທະ​ກັນ​ທາງ​ທະຫານ​ຢ່າງ​ຮຸນ​ແຮງ​ໃນ​ໂອ​ເຊ​ເຈຍ​ໃຕ້​ ວ່າ: ​ເຫດການ​​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາວຸດຢ່າງ​ຮຸນ​ ແຮງ​ໃນ​ ແຄ້ວ​ນ​ໂອ​ເຊ​ເຈຍ​ໃຕ້​ລະຫວ່າງ​ກອງ​ກຳລັງ​ລັດ​ເຊຍ ​ແລະ ຈໍ​ເຈຍ​ນັບ​ແຕ່​ວັນ​ທີ 8 ສິງຫາ 2008 ເປັນຕົ້ນ​ມາ, ອັນ​ເປັນ​ເຫດ​ໃຫ້​ປະຊາຊົນ​​ໄດ້​ຮັບ​ບາດ​ເຈັບ​ ​ແລະ ເສຍຊີວິດ​ຈຳນວນ​ຫລາຍ​ພ້ອມ​ທັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍຢ່າງ​ ມະຫາສານ​ແກ່​ຊັບ​ສິນ ​ແລະ ​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ ຊາວ​ໂອ​ເຊ​ເຈຍ​ໃຕ້​ຈົນ​ໄດ້​ອົບ​ພະຍົບອອກ​ຈາກ ພື້ນທີ່​ເປັນ​ ຈຳນວນ​ຫລາຍ​ສິບ​ພັນ​ຄົນ.

ສປປ ລາວ ​ໄດ້​ຕິດຕາມ​ດ້ວຍ​ຄວາມ​ຫວ່ງ​ໃຍ​ທີ່​ສຸດ ​ແລະ ມາ​ບັດ​ນີ້ມີ​ຄວາມ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ຊາບ​ວ່າ​ໄດ້​ມີ​ ການ​ຕົກລົງ​ຢຸດ​ຍິງ ​ແລະ ຫວັງ​ວ່າ​ທຸກ​ຝ່າຍ​ຈະ​ສືບຕໍ່​ເຈລະຈາ​ຫາ​ວິທີ​ ແກ້​ໄຂ​ບັນຫາຢ່າງ​ສັນຕິ​ບົນ​ພື້ນຖານ ​ເອກະສານ​ ສົນທິສັນຍາ​ຕ່າງໆລະຫວ່າງ 3 ຝ່າຍ​ຄື: ສະຫະພັນ​ລັດ​ເຊຍ, ໂອ​ເຊ​ເຈຍ​ໃຕ້ ແລະ ຈໍ​ເຈຍ ທີ່​ໄດ້​ຕົກ​ລົງ​ເຊັນ​ກັນໃນ​ປີ 1992 ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ແລະ ຄວາມ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ຢູ່​ເຢັນ​ເປັນ​ສຸກ ຂອງ​ ປະຊາຊົນ​ທັງ​ສອງ​ຊາດ​ດ້ວຍ​ກັນ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la