ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 

 ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ລັດຖະບານລາວໃຫ້​ຄວາມ​ສຳຄັນ​ຕໍ່​​ວັນສາກົນຊົນ​ເຜົ່າ​ພື້ນ​ເມືອງ​ໂລກ

ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ຮ່ວມ​ກັບ ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ອົງການ ​ສປຊ ເພື່ອ​ການ​ພັດທະນາ​ປະ​ຈຳລາວ ​ໄດ້​ຈັດການລະດົມ​ ຄວາມ​ຄິດ​ເຫັນ​ດ້ວຍ​ການ​ສຳ​ມະ​ນາ​ກ່ຽວ​ກັບ​ຊົນ​ເຜົ່າ​ໃນ​ລາວ​ເມື່ອວັນ​ທີ 15 ສິງຫາ 2008, ທີ່​ນະຄອນຫລວງ​ວຽງ​ຈັນ ​ເນື່ອງ​ໃນ​ໂອກາດ​ ວັນ​ສາກົນ​ຊົນ​ເຜົ່າ​ພື້ນ​ເມືອງ​ໂລກ​ ວັນ​ທີ 9 ສິງຫາ 1994 ໂດຍ​ມີ​ຜູ້ຕາງໜ້າ​ຈາກ​ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ, ສຳນັກງານ ​ແລະ ​ອົງການ​ຈັດຕັ້ງຕ່າງໆຂອງລາວ, ມີ​ຜູ້ຕາງໜ້າ​ຈາກ​ອົງການ​ ສປຊ ​ເພື່ອ​ການ​ພັດ​ທະ​ນາ​ປະ​ຈຳ​ລາວ ​ແລະ ອົງການ​ຈັດຕັ້ງສາກົນ​ຕ່າງໆ​ເຂົ້າ​ຮ່ວມ.
ທ່ານ ສຈ. ດຣ. ໄຊ​ຍະ​ມັງ ວົງ​ສັກ, ຮອງ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ໄດ້​ກ່າວ​ວ່າ​: ໃນ​ປີ 1994 ອົງການ ສປຊ ​ໄດ້​ຕົກລົງ​ຮັບຮອງ​ເອົາ​ວັນ​ທີ 09 ສິງຫາ ​ເປັນ​ວັນ​ສາກົນ​ຊົນ​ເຜົ່າ​ພື້ນ​ເມືອງ ແລະ ນັບ​ແຕ່​ນັ້ນມາ​ອົງການ​ສະຫະ​ປະຊາ​ດ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ໄດ້​ຈັດຕັ້ງສະ​ເຫຼີ​ມສະຫລອງ​ວັນ​ສາກົນ​ດັ່ງກ່າວ​ໃນ​ຮູບ​ແບບ​ຕ່າງໆ. ສປປ ລາວ ​ ກໍ່ໄດ້​ເອົາ​ໃຈ​ໃສ່​ໃຫ້ການ​ຮ່ວມ​ມື​ກັບ​ສາ ກົນ​ໃນ​ບັນຫາ​ທີ່​ພົວພັນ​ກັບ​ຊົນ​ເຜົ່າ​ພື້ນ​ເມືອງ​ໂລກ.

ໃນ​ເດືອນ​ກັນຍາ 2007, ລັດຖະບານ​ລາວ​ ໄດ້​ລົງ​ຄະ​ແນນ​ສຽງ​ສະໜັບສະໜູນ​ຕໍ່​ຖະ​ແຫຼ​ງການຂອງ​ອົງການ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ສິດທິ​ ຂອງ​ຊົນ​ເຜົ່າ​ພື້ນ​ເມືອງ, ​ຊຶ່ງ​ໄດ້​ຖືກ​ຮັບຮອງ​ເອົາ​ໂດຍ​ສະມັດຊາ​ໃຫຍ່​ ສປຊ ທີ່​ມີ 143 ປະ​ເທດ​ເຫັນ​ດີ​. ນອກຈາກ​ນີ້, ສປປ ລາວ ​ຍັງ​ໄດ້​ໃຫ້ການ​ຮ່ວມ​ມື​ກັບ​ໜ່ວຍ​ງານ​ ແລະ ກົນໄກທີ່ກ່ຽວຂ້ອງ, ຂະນະທີ່ໃນ​ລະດັບ​ປະ​ເທດ, ລັດຖະບານ​ ລາວ ​ໄດ້​ມອບ​ໃຫ້​ສູນ​ກາງ​ແນວ​ລາວ ​ສ້າງ​ຊາດ​ໂດ​ຍ ປະສານ​ກັບ​ກະຊວງ ​ແລະ ອົງການ​ທີ່​ກ່ຽວຂ້ອງ​ຕ່າງໆ​ເປັນ​ໃຈກາງ​, ປະສານ​ງານ​ໃນ​ບັນຫາ​ທີ່​ພົວພັນ​ກັບ​ຊົນ​ເຜົ່າ​ພື້ນ​ເມືອງ​ ໃນ​ໂລກ, ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ເປັນ​ອົງການ​ຈັດຕັ້ງການ​ເມືອງ​ທີ່​ມີ​ພາລະ​ບົດບາດ ​ແລະ ໜ້າ​ທີ່​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ຂອງ​ປະຊາຊົນ​ ບັນດາ​ເຜົ່າ, ທຸກ​ຊັ້ນຄົນ, ທຸກ​ສາດສະໜາ, ນັກຮຽນ​ຮູ້​ປັນຍາ​ຊົນ ​ເພື່ອ​ປຸກລະດົມ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ ​ແລະ ສ້າງສາ​ປະ​ເທດ​ຊາດ​​, ສ່ວນ​ບັນດາ​ກະຊວງ​ຂະ​ແໜງ​ການ ​ແລະ ອົງການ​ຕ່າງ​ໆ​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ​ກໍ່​ລ້ວນ​ແຕ່​ມີ​ສວ່ນຮ່ວມ ​ໃນ​ການ​ສົ່ງ​ເສີມ​ຄວາມ​ສາມັກ​ຄີ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ປະຊາຊົນ​ບັນດາ​ເຜົ່ໃນ​ການ​ເສີມ​ຂະຫຍາຍ​ສິດ​​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ ​ຂອງ​ພວກ​ເຂົາ. ສປປ ລາວ ​ເປັນ​ປະ​ເທດ​ທີ່​ປະກອບ​ດ້ວຍ​ຫລາຍ​ຊົນ​ເຜົ່າ​ທີ່​ມີ​ຈຸດ​ພິ​ເສດສະ​ເພາະ​ຂອງ​ຕົນ ​ແລະ ​​ແຕກ​ຕ່າງ​ກັບ​ຫລາຍ​ ປະ​ເທດ​ໃນ​ໂລກ. ບັນດາ​ເຜົ່າ​ໃນ​ ສປປ ລາວ ດຳລົງ​ຊີວິດ​ຢູ່​ສະຫຼັບຊັບ​ຫວ່າງ​ກັນ​ແຕ່​ເໜືອ​ຮອດ​ໃຕ້, ບໍ່​ມີ​ຊົນ​ເຜົ່າ​ໃດໜື່ງດຳລົງ​ຊີວິດ ​ຢູ່​ຕ່າງຫາກ​ເປັນ​ບໍລິ​ເວນ​ໃດ​ໜຶ່ງ​ທີ່​   ກ້ວາງ​ໃຫຍ່​ໄພສານ ​ຕັ້ງ​ແຕ່​ໃດໆ​ມາ​ເຂົາ​ເຈົ້າ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ, ສາມັກຄີ​ຮັກ​ແພງ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​, ຊົນ​ເຜົ່າ​ໃດ​ກໍ່ລ້ວນ​ມີ​ຈຸດ​ພິ​ເສດ​ລວມ​ແຫ່ງ​ວົງ​ຄະນາ​ຍາດ​ແຫ່ງ​ຊາດ​ລາວ.
ກອງ​ປະຊຸມ​ສຳ​ມະ​ນາຄັ້ງນີ້​ ແມ່ນ​ເປັນ​ໂອກາດ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ​ໄດ້​ສຶກສາ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ຊົນ​ເຜົ່າ​ພື້ນ​ເມືອງ​ໃນ​ໂລກ ​ແລະ ຊົນ​ເຜົ່າ​ໃນ ສປປ ລາວ ​ເຊິ່ງຈະ​ເປັນ​ການ​ເສີມ​ຂະຫຍາຍ​ຄວາມ​ຮັບ​ຮູ້ ແລະ ຄວາມ​ເຂົ້າ​ໃຈ​ອັນ​ຖືກຕ້ອງ​ຂອງ​ພວກ​ເຮົາ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​, ທັງ​ເປັນ​ການສະ​ແດງ ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ໃຫ້​ຄວາມ​ສຳຄັນ​ຂອງ ສປປ ລາວ ຕໍ່​ວັນ​ສາກົນ​ຊົນ​ເຜົ່າ​ພື້ນ​ເມືອງ​ໃນ​ໂລກ​, ​ໃຫ້ການ​ຮ່ວມ​ມື​ກັບ​ວົງ​ຄະນາ​ຍາດ​ສາກົນ​ຕໍ່​ກັບ​ບັນຫາ​ເ​ຊິ່ງງພົວພັນ​ກັບ​ຊົນ​ເຜົ່າ​ພື້ນ​ເມືອງ​ໂລກ​​ໂດຍ​ສະ​ເພາະ​ແລ້ວ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ທົດ​ສະວັດ​ ວ່າ​ດ້ວຍ​ຊົນ​ເຜົ່າ​ພື້ນ​ເມືອງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la