ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 

 ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ຜູ້ນຳເຮົາສົ່ງສານອວຍພອນວັນຊາດ ອິນໂດເນເຊຍ

ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງທ່ານ ດຣ. ຊູຊີໂລ ບຳບັງ ຢຸດໂທໂຢໂນ, ປະທານາທິບໍດີແຫ່ງ ສາທາລະນະລັດ ອິນໂດເນເຊຍ, ທີ່ຈາກາຕາ ເຊິ່ງມີເນື້ອໃນສຳຄັນວ່າ: ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງການສະເຫລີມສະຫລອງວັນປະກາດເອກະ ລາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 63 ປີ, ໃນນາມລັດຖະບານ ແລະ ປະຊາຊົນ ສປປ ລາວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ, ລັດຖະບານ ແລະ ປະຊາຊົນແຫ່ງ ສາທາລະນະລັດ ອິນໂດເນເຊຍ ຢ່າງຖ້ວນໜ້າ.

ຂ້າພະເຈົ້າຫວັງຢ່າງຍິ່ງວ່າສາຍພົວພັນມິດຕິພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງປະເທດ ພວກເຮົາທັງ ໃນຂອບເຂດຂອງສອງຝ່າຍ ແລະ ຫລາຍຝ່າຍໃນໄລຍະຜ່ານມານັ້ນຈະສືບຕໍ່ຈະເລີນງອກ ງາມຍິ່ງໆຂຶ້ນໄປ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນ ສອງຊາດພວກເຮົາ ທັງເປັນການປະກອບສ່ວນ ອັນສຳຄັນເຂົ້າໃນພາລະກິດ ປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດ ທະນາໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໂຊໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ນຳພາປະຊາຊົນອິນໂດ ເນເຊຍ ກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງຕະຫອດໄປ.

ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງ ປະເທດແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍພອຍເຖິງພະນະທ່ານ ດຣ. ເນີ ຮັດຊານ ວິຣາຊູດາ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ອິນໂດເນເຊຍ ເນື່ອງໃນໂອກາດວັນ ຊາດຂອງ ສາທາລະນະລັດ ອິນໂດເນເຊຍ ເຊັ່ນດຽວກັນ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la