|
|
ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ປະເທດເພື່ອນມິດ ສືບຕໍ່ສົ່ງສານເສົ້າສະຫລົດໃຈເຖິງຜູ້ນຳເຮົາ
ລັດເຊຍ: ພະນະທ່ານ ດະມິດຣີ ແມັດເວເດັບ, ປະທານາທິບໍດີ ແຫ່ງ ສະຫະພັນລັດເຊຍ ໄດ້ສົ່ງສານເສົ້າ ສະຫລົດໃຈເຖິງ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສ ປ ປ ລາວ ທີ່ນະຄອນຫລວງວຽງຈັນ ເຊິ່ງມີເນື້ອໃນວ່າ: ພະນະທ່ານປະທານປະເທດ ທີ່ເຄົາລົບນັບຖື, ພວກຂ້າພະເຈົ້າ ຮູ້ສຶກເສົ້າສະຫລົດໃຈ ເປັນຢ່າງຍິ່ງທີ່ໄດ້ຮັບຊາບຂ່າວພະນະທ່ານ ໜູຮັກ ພູມສະຫວັນ ອະດີດປະທານປະເທດລາວ, ນັກການເມືອງຜູ້ດີເດັ່ນແຫ່ງ ສປປ ລາວ, ໜຶ່ງໃນຈຳນວນຜູ້ນຳການ ປະຕິວັດລາວ ແລະ ຜູ້ສ້າງຕັ້ງພັກປະຊາຊົນປະຕິວັດລາວ ໄດ້ເຖິງແກ່ມໍລະນະກຳ.
ຄົນລັດເຊຍ ໄດ້ຮູ້ວ່າພະນະທ່ານເປັນຜູ້ທີ່ມີປະສົບການ ແລະ ມີພອນສະຫວັນ ເຊິ່ງໄດ້ປະກອບສ່ວນ, ອັນລໍ້າຄ່າ ເຂົ້າໃນໄຊຊະນະຂອງຂະບວນການປົດປ່ອຍຊາດລາວ. ໃນເວລາທີ່ ທ່ານ ໜູຮັກ ພູມສະຫວັນ ດຳລົງຕຳແໜ່ງພັກ ແລະ ລັດອັນສຳຄັນທ່ານຍາມໃດກໍ່ສະໜັບສະໜູນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ແລະ ສອງຊາດຂອງພວກເຮົາ.
ຂ້າພະເຈົ້າ ຂໍສົ່ງສານເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມທຸກໂສກມາຍັງພະນະທ່ານ ແລະ ມາຍັງຄອບຄົວຂອງພະນະທ່ານ ໜູຮັກ ພູມສະຫວັນ ໃນໂອກາດນີ້ດ້ວຍ.
ກຳປູເຈຍ: ພະນະທ່ານ ສົມເດັດ ອັກຄະມະຫາທຳມະໂພທິສານ ເຈຍສິມ ປະທານພັກປະຊາຊົນກຳປູເຈຍ ໄດ້ສົ່ງສານເສົ້າສະຫລົດໃຈເຖິງ ພະນະທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດລາວ ທີ່ນະຄອນຫລວງວຽງຈັນ ເຊິ່ງມີເນື້ອໃນວ່າ: ຂ້າພະເຈົ້າ ມີຄວາມໂສກເສົ້າສະຫລົດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ ພະນະທ່ານ ໜູຮັກ ພູມສະຫວັນ, ອະດີດກົມການເມືອງສູນກາງພັກ, ອະດີດທີ່ປຶກສາຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດ ປະທານປະເທດແຫ່ງ ສປປ ລາວ, ອະດີດປະທານສະພາແຫ່ງຊາດລາວ ທີ່ໄດ້ລ່ວງລົບໄປຢ່າງບໍ່ມີວັນ ກັບຄືນມາອີກແລ້ວ. ພະນະທ່ານ ໜູຮັກ ພູມສະຫວັນ ຄືຜູ້ນຳທີ່ເຄົາລົບຮັກ ແລະ ແສນປະເສີດຂອງພັກ ກໍ່ຄືປະຊາຊົນລາວ. ດັ່ງນັ້ນ, ການສູນເສຍພະນະທ່ານ ຄືເປັນການສູນເສຍອັນໃຫຍ່ຫລວງ ເຊິ່ງຜູ້ນຳທີ່ດີເດັ່ນຂອງພັກ ແລະ ປະຊາຊົນລາວທຸກຖ້ວນໜ້າ.
ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ, ປະຊາຊົນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມໂສກເສົ້າຢ່າງສຸດ, ຊຶ້ງມາຍັງຄະນະບໍລິຫານງານ ສູນກາງພັກ ແລະ ຄອບຄົວ ຍາດຕິພີ່ນ້ອງຂອງເພິ່ນດ້ວຍ, ຂໍໃຫ້ດວງວິນຍານຂອງ ພະນະທ່ານ ໜູຮັກ ພູມສະຫວັນ ຈົ່ງໄປສູ່ສຸຂະຕິດ້ວຍເຖີດ.
ສິງກະໂປ: ພະນະທ່ານ ເອສ ອາ ນາທານ, ປະທານາທິບໍດີແຫ່ງ ສ.ສິງກະໂປ ໄດ້ສົ່ງສານ ເສົ້າສະຫລົດໃຈເຖິງ ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ເຊິ່ງມີ ເນື້ອໃນວ່າ: ໂດຍຕາງໜ້າໃຫ້ປະຊາຊົນຂອງສິງກະໂປ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊຶ້ງເຖິງປະຊາຊົນຂອງ ສປປ ລາວ ຕໍ່ການຈາກໄປຂອງ ພະນະທ່ານ ໜູຮັກ ພູມສະຫວັນ, ອະດີດປະທານປະເທດແຫ່ງ ສປປ ລາວ. ພ້ອມນີ້ ຂ້າພະເຈົ້າກໍ່ຂໍສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊຶ້ງມາຍັງຄອບຄົວຂອງ ພະນະທ່ານ ໜູຮັກ ພູມສະຫວັນ.
ໃນຖານະທີ່ເປັນສະມາຊິກຜູ້ກໍ່ຕັ້ງພັກປະຊາຊົນປະຕິວັດລາວ, ພະນະທ່ານ ໜູຮັກ ພູມສະຫວັນ ໄດ້ມີບົດບາດທີ່ພົ້ນເດັ່ນຂອງປະຫວັດສາດແຫ່ງຂອງ ສປປ ລາວ ໃນຫານນຳພາປະເທດອັນເຕັມໄປ ດ້ວຍຄວາມທ້າທາຍ. ພະນະທ່ານ ໜູຮັກ ພູມສະວັນ ໄດ້ມີວິນິໄສທັດທີ່ດີເລີດ ແລະ ຄວາມກ້າຫານ ເດັດດ່ຽວໃນການນຳພາ ສປປ ລາວ ເຊື່ອມໂຍງເຂົ້າກັບພາກພື້ນ, ໂດຍສະເພາະແມ່ນການຕັດສິນໃຈ ເຂົ້າເປັນສະມາຊິກອາຊຽນ. ຕໍ່ການຈາກໄປຂອງເພິ່ນນີ້ ຖືວ່າ ສປປ ລາວ ໄດ້ສູນເສຍຜູ້ຮັກຊາດ ແລະ ຜູ້ນຳທີ່ຍິ່ງໃຫຍ່ຜູ້ໜຶ່ງ.
|
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |