ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 

 ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ທ່ານນາຍົກ ແລະ ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງຜູ້ອຳນວຍການທະນາຄານໂລກ

ວັນທີ 16 ກັນຍາ 2008 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອຽນ ພອດເຕີ, ຜູ້ອຳນວຍການຂອງທະນາ ຄານໂລກ, ຮັບຜິດຊອບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ລວມທັງ ສປປ ລາວ ພາຍຫລັງທ່ານສິ້ນສຸດ ໜ້າທີ່ປະຕິບັດວຽກງານ ເຊິ່ງທ່ານໄດ້ມາຮັບໜ້າທີ່ໃນປີ 2001-2008.

ໃນໂອກາດດັ່ງກ່າວ, ທ່ານ ບົວສອນ ບຸບຜາວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານ ອຽນ ພອດເຕີ ທີ່ໄດ້ປະຕິບັດໜ້າທີ່ເປັນຜູ້ອຳນວຍການທະນາຄານໂລກ, ຮັບຜິດຊອບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ລວມທັງ ສປປ ລາວ ແຕ່ປີ 2001-2008, ຈົນປະສົບຜົນສຳເລັດໄດ້ເປັນຢ່າງດີ ເຊິ່ງໃນນັ້ນກໍ່ເປັນການປະກອບ ສ່ວນຮ່ວມມືທີ່ດີຕະຫລອດມາລະຫວ່າງ ລາວ-ທະນາຄານໂລກ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມນັ້ນ ທ່ານ ບົວສອນ ບຸບຜາວັນ ຍັງໄດ້ອວຍພອນໃຫ້ ທ່ານ ອຽນ ພອດເຕີ ຈົ່ງປະສົບຜົນສຳເລັດ ໃນໜ້າທີ່ວຽກງານອັນໃໝ່ຂອງທ່ານ.

ໃນວັນດຽວກັນ, ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ອຽນ ພອດເຕີ, ພິທີດັ່ງກ່າວຈັດຂຶ້ນທີ່ຫ້ອງ ຮັບແຂກກະຊວງການຕ່າງປະເທດ, ທີ່ນະຄອນຫລວງວຽງຈັນ.

ໃນໂອກາດນີ້, ທ່ານ ດຣ. ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອ ແລະ ສະໜັບສະໜູນຂອງທ່ານຢ່າງຫ້າວຫັນຕໍ່ການພັດທະນາ ເສດຖະກິດ-ສັງຄົມ ສປປ ລາວ ຕະຫລອດໄລຍະເວລາທີ່ທ່ານດຳລົງຕຳແໜ່ງດັ່ງກ່າວ.  ສະແດງຄວາມຂອບໃຈຕໍ່ທະນາຄານໂລກໃນໄລຍະຜ່ານມາ, ກໍ່ຄື ປະຈຸບັນ ເຊິ່ງສອດຄ່ອງກັບບັນດາແຜນບູລິມະສິດ ໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະອັນໄດ້ປະກອບສ່ວນ, ເຮັດ ໃຫ້ເສດຖະກິດ-ສັງຄົມນັບມື້ນັບຂະຫຍາຍຕົວຂຶ້ນ ແລະ ຫວັງຢ່າງຍິ່ງວ່າທ່ານຈະສືບຕໍ່ໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຕໍ່ໜ້າ.

ທ່ານ ອຽນ ພອດເຕີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ທິດຊີ້ນຳ, ສະໜັບສະໜູນ ແລະ ໃຫ້ການຮ່ວມມືຕະຫລອດໄລຍະ   ການ ດຳລົງຕຳແໜ່ງ ອະທິບໍດີຮັບຜິດຊອບ ສປປ ລາວ, ທ່ານກໍ່ຫວັງຢ່າງຍິ່ງວ່າຈະເປັນຜູ້ໜຶ່ງທີ່ຈະສືບຕໍ່ໂຄສະນາ ແລະ ພ້ອມແລ້ວທີ່ຈະສະໜອງ ຂໍ້ມູນກ່ຽວກັບ ສປປ ລາວ ໃຫ້ເພື່ອນຮ່ວມງານ ທີ່ຈະຮັບຜິດຊອບ ສປປ ລາວ ຕໍ່ໄປ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la