ລາວ-ຫວຽດນາມ ຖອດຖອນບົດຮຽນກ່ຽວກັບການທູດຮັບໃຊ້ເສດຖະກິດ
ໃນວັນທີ 18 ພຶດສະພາ 2009, ທີ່ກະຊວງການຕ່າງປະເທດ, ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງ ປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Dr. Ngo Duy Ngo, ຮອງປະທານວິທະຍາຄານການທູດແຫ່ງ ສສ.ຫວຽດນາມ ໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ຈຸດປະສົງເພື່ອປະຕິບັດຕາມບົດບັນທຶກການພົບປະລະຫວ່າງ ກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ກໍ່ຄືບົດບັນທຶກການພົບປະລະຫວ່າງ ສະຖາບັນການຕ່າງປະເທດລາວ ແລະ ວິທະຍາ ຄານການທູດຫວຽດນາມ ກ່ຽວກັບ ການຮ່ວມມືການຝຶກອົບຮົມ ແລະ ກໍ່ສ້າງນັກການທູດຂອງລາວ. ການພົບປະດັ່ງກ່າວ, ໄດ້ເປັນບາດກ້າວ ຂະຫຍາຍຕົວອັນໃໝ່ ໂດຍສະເພາະອັນພົ້ນເດັ່ນແມ່ນການພົວພັນ ແລະ ການແລກປ່ຽນຖອດຖອນບົດຮຽນ ກ່ຽວກັບ ການທູດຮັບໃຊ້ ເສດຖະກິດ.
ທ່ານ Dr. Ngo Duy Ngo ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມນີ້ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງ ສອງປະເທດ ສປປ ລາວ ແລະ ສສ.ຫວຽດນາມ ກໍ່ຄືສອງສະຖາບັນການຕ່າງປະເທດລາວ ແລະ ວິທະຍາຄານການທູດແຫ່ງ ສສ.ຫວຽດນາມ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la