ວັນທີ
16
ກັນຍາ
2008,
ທີ່ຫ້ອງຮັບແຂກສຳນັກງານປະທານປະເທດ,
ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບທ່ານ ຟາມ ກວາງ ຫງິ,
ເລຂາຄະນະພັກນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່
ສປປ ລາວ ລະຫວ່າງ ວັນທີ
15-17
ກັນຍາ
2008.
ໃນໂອກາດດັ່ງກ່າວ,
ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ ຟາມ
ກວາງ ຫງິ ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາ
ຢ້ຽມຢາມ ແລະ ເຮັດວຽກຢູ່
ສປປ ລາວ ໃນເທື່ອນີ້, ເຊິ່ງຈະເປັນຂີດຫມາຍສຳຄັນໃນການເສີມສ້າງສາຍພົວພັນມິດຕະພາບ
ແລະ ການຮ່ວມມື
ຮອບດ້ານລະຫວ່າງ ສປປ ລາວ
ແລະ ສສ.ຫວຽດນາມ
ທີ່ມີມາແຕ່ດົນນານນັ້ນໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ທ່ານ ຟາມ ກວາງ ຫງິ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບຸນຍັງ
ວໍລະຈິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນເທື່ອນີ້
ພ້ອມທັງແຈ້ງຈຸດປະສົງ
ໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ ທ່ານ
ບຸນຍັງ ວໍລະຈິດ ຊາບອີກດ້ວຍ.