ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຕ້ອນຮັບທ່ານທູດຫວຽດນາມຄົນໃໝ່
ໃນວັນທີ 19 ພຶດສະພາ 2009, ທີ່ກະຊວງການຕ່າງປະເທດ, ພະນະທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຕ້າມິງເຈົາ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດ ນາມ ປະຈຳລາວ ຄົນໃໝ່.
ໃນໂອກາດດັ່ງກ່າວ, ທ່ານ ດຣ.ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍການຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ທ່ານ ຕ້າມິງເຈົາ ທີ່ໄດ້ມາປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ສສ.ຫວຽດນາມ ຄົນໃໝ່ ປະຈຳລາວ, ເຊິ່ງເປັນມິດໝາຍທີ່ດີໃນການ ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານແບບພິເສດ ລະຫວ່າງ ສປປ ລາວ ແລະ ສສ.ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນ.
ທ່ານທູດຫວຽດນາມ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານຮອງນາຍົກ ລັດຖະມົນຕີ ໃນຄັ້ງນີ້, ພ້ອມທັງຢືນຢັນ ທີ່ຈະເຮັດໜ້າທີ່ໃຫ້ດີທີ່ສຸດ ເພື່ອເພີ່ມພູນຄູນສ້າງສາຍພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ທີມີມູນເຊື້ອອັນດີງາມໃຫ້ໝັ້ນຄົງ ຕະຫລອດໄປ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la