ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ
ຂະບວນການບໍ່ຮ່ວມກຸ່ມຄັ້ງທີ 15 ທີ່ຊາມແອັນເຊັກ ປະເທດເອຢິບ
ກອງປະຊຸມສຸດຍອດ ຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ 15 ໄດ້ໄຂຂຶ້ນແຕ່ວັນທີ 11-16 ກໍລະກົດ 2009 ທີ່ເມືອງ ຊາມແອນເຊັກ ປະເທດເອຢິບ. ກອງປະຊຸມໄດ້ດຳເນີນເປັນ 3 ລະດັບຄື: ກອງປະຊຸມລະດັບເຈົ້າຫນ້າທີ່ອາວຸໂສ, ກອງປະຊຸມລະດັບລັດຖະມົນຕີ ແລະ ກອງປະຊຸມສຸດຍອດ. ກອງປະຊຸມ ສຸດຍອດຂ ະບວນການບໍ່ຮ່ວມກຸ່ມ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ບູມາຣັກ, ປະທານາທິບໍດີເອຢິບ,ໂດຍມີ 102 ປະເທດສະມາຊິກ ເຂົ້າຮ່ວມ ໃນລະດັບ ປະມຸກລັດ, ຫົວຫນ້າ ລັດຖະບານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ເອກອັກຄະລັດຖະທູດ. ນອກຈາກນັ້ນ, ຍັງມີຜູ້ຕາງຫນ້າຈາກ 18 ປະເທດຜູ້ສັງເກດການ, 9 ອົງການຜູ້ສັງເກດການ ແລະ 30 ປະເທດຖືກເຊີນເປັນແຂກເຂົ້າຮ່ວມ.ກອງປະຊຸມຄັ້ງນີ້ໄດ້ ແນໃສ່ປຶກສາຫາລືບັນຫາໃນ ຫົວຂໍ້ “ຄວາມສາມັກຄີສາກົນ ເພື່ອສັນຕິພາບ ແລະ ການພັດທະນາ ແລະ ວິກິດການເສດຖະກິດ ແລະ ການເງິນສາກົນ”. ບັນດາຜູ້ນຳຂະບວນການບໍ່ຮ່ວມກຸ່ມໄດ້ເປັນເອກະສັນກັນວ່າ ເພື່ອຮັບປະກັນການພັດທະນາແບບຍືນຍົງ ມັນມີຄວາມຈຳເປັນ ຕ້ອງມີ ສັນຕິພາບ ແລະ ຄວາມຫມັ້ນຄົງ, ເຫັນດີສົ່ງເສີມລະບົບຫລາຍຝ່າຍ ແລະ ຄັດຄ້ານລັດທິຝ່າຍດຽວ, ໄດ້ຮຽກຮ້ອງປະເທດທີ່ພັດທະນາແລ້ວ ເພີ່ມການ ຊ່ວຍເຫລືອ ດ້ານພັດທະນາ ແລະ ດ້ານເຕັກໂນໂລຊີ ໃຫ້ແກ່ປະເທດທີ່ທຸກຍາກກວ່າຫມູ່ ເພື່ອຊ່ວຍໃຫ້ປະເທດດັ່ງກ່າວຫລຸດພົ້ນອອກຈາກຄວາມທຸກຍາກ, ໄດ້ເນັ້ນ ເຖິງບົດບາດອັນສຳຄັນຂອງອົງການ ສປຊ ໃນການເປັນໃຈກາງປະສານງານ ເພື່ອແກ້ໄຂໄພຂົ່ມຂູ່ ແລະ ສິ່ງທ້າທາຍ ຕ່າງໆຂອງໂລກ ແລະ ເພື່ອຈຸດປະສົງນີ້ ມັນມີຄວາມຈຳເປັນຕ້ອງໃຫ້ອົງການປະຕິຮູບແບບຮອບດ້ານ ເພື່ອເຮັດໃຫ້ ອົງການສະຫະປະຊາຊາດ ມີຄວາມເຂັ້ມແຂງ ແລະ ມີປະສິດ ທິພາບໃນການປະຕິບັດພາລະບົດບາດຂອງຕົນ.
ກອງປະຊຸມໄດ້ຮັບຮອງ ເອົາເອກະສານສຳຄັນຄື: ເອກະສານສະບັບສຸດທ້າຍ; ຖະແຫຼງການຊາມແອນເຊັກ; ຖະແຫຼງການພິເສດກ່ຽວກັບວັນທີ 18 ກໍລະກົດ ເປັນວັນສາກົນແນນສັນມັນເດລາ; ຖະແຫລງການ ວ່າດ້ວຍຄວາມຈຳເປັນໃນການຢຸດຕິການຂວໍ້າບາດ ດ້ານເສດຖະກິດ, ການຄ້າແລະ ການເງິນຕ້ານກູບາ ໂດຍ ອາເມລິກາ; ຖະແຫຼງການກ່ຽວກັບບັນຫາ ປາແລັສຕິນ ແລະ ແຜນປະຕິບັດງານຊາມແອນເຊັກ. ໃນໂອກາດກອງປະຊຸມສຸດຍອດຄັ້ງນີ້, ທ່ານ ສຸບັນ ສຣິດທິຣາດ, ລັດຖະມົນຕີວ່າການ, ຫົວຫນ້າຫ້ອງວ່າການສຳນັກງານປະທານປະເທດ, ໃນຖານະເປັນຜູ້ຕາງຫນ້າພິເສດຂອງ ປະທານປະເທດ ສປປ ລາວ ກໍ່ໄດ້ກ່າວປາໄສຕໍ່ກອງປະຊຸມ ໂດຍໄດ້ເນັ້ນເຖິງ ທ່າອ່ຽງລວມຂອງໂລກໃນປະຈຸບັນທີ່ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຕ່າງໆ, ໂດຍສະເພາະປະເຊີນ ກັບວິກິດການທາງດ້ານເສດຖະກິດ ແລະ ການເງິນ, ອັນໄດ້ເຮັດໃຫ້ ມີຜົນກະທົບຢ່າງແຮງຕໍ່ປະເທດກຳລັງພັດທະນາ, ໂດຍສະເພາະ ກັບກຸ່ມປະເທດທີ່ມີຄວາມອ່ອນໄຫວກວ່າຫມູ່, ເປັນຕົ້ນແມ່ນປະເທດດ້ອຍພັດທະນາ, ປະເທດກຳລັງພັດທະນາ ທີ່ບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍ.
ພ້ອມດຽວກັນນີ້, ກໍ່ໃຫ້ຄວາມຫວັງວ່າຂະບວນການບໍ່ຮ່ວມກຸ່ມ ຈະສືບຕໍ່ເສີມຂະຫຍາຍບົດບາດຂອງຕົນ ໃນການປົກປັກຮັກສາສັນຕິພາບ ແລະ ຄວາມຫມັ້ນ ຄົງສາກົນ, ການສົ່ງເສີມການຮ່ວມມືສາກົນເພື່ອການພັດທະນາ. ນອກຈາກນັ້ນ, ຍັງໄດ້ກ່າວເຖິງຜົນສຳເລັດ ໃນການຈັດຕັ້ງປະຕິບັດ ແຜນພັດ ທະນາ ເສດຖະກິດ-ສັງຄົມ ແຫ່ງຊາດໄລຍະປີ 2006-2010 ເພື່ອບັນລຸເປົ້າຫມາຍຫລຸດພົ້ນອອກຈາກຄວາມທຸກຍາກໃນປີ 2010 ແລະ ຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020. ໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດດັ່ງກ່າວ ທ່ານລັດຖະມົນຕີ ວ່າການສຳນັກງານ ປະທານປະເທດ ຍັງໄດ້ພົບປະສອງຝ່າຍກັບລັດຖະມົນຕີປະເທດອົສຕຣາລີ ແລະ ປັອກຕຸຍການ ເພື່ອປຶກສາຫາລືກ່ຽວກັບບັນຫາຕ່າງໆ ທີ່ມີຄວາມສົນໃຈຮ່ວມກັນ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la