ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ສານສະແດງຄວາມເຫັນໃຈ
ໃນວັນທີ 20 ກໍລະກົດ 2009 ນີ້, ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ພະນະທ່ານ ຊູຊີໂລ ບຳບັງ ຢູໂດໂຢໂນ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ທີ່ນະຄອນຫລວງຈາກາກຕາ ເຊິ່ງສານມີເນື້ອໃນວ່າ: ຂ້າພະເຈົ້າ ໄດ້ຮັບ ຊາບຂ່າວດ້ວຍຄວາມເສົ້າໃຈ ວ່າມີເຫດການລະເບີດແຕກຢູ່ນະຄອນຫລວງຈາກກາກຕາ ໃນວັນທີ 17 ກໍລະກົດ ຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫລາຍ.ໂດຍຕາງຫນ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງ ຄວາມເສົ້າ ສະຫລົດໃຈ ແລະ ເຫັນອົກເຫັນໃຈມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງຄອບຄົວຜູ້ທີ່ປະສົບເຄາະຮ້າຍໃນຄັ້ງນີ້. ຂ້າພະເຈົ້າ ຂໍຖືໂອກາດ ນີ້ຢືນຢັນ ກັບພະນະທ່ານວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະສືບຕໍ່ຮ່ວມມືກັບ ວົງຄະນາຍາດສາກົນ ໃນຄວາມພະຍາຍາມ ຕ້ານລັດທິກໍ່ ການຮ້າຍໃນທຸກຮູບແບບ ແລະ ປະກົດການ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la